ບຸນນະມັດສະການຜາສາດຫີນວັດພູ ຈຳປາສັກ ຈະຈັດຍິ່ງໃຫຍ່ອະລັງການ ມີການບິນໂດຣນຈໍານວນ 500 ລໍາ ແລະ ຍິງພຸໄຟ 300 ລູກ

ທ່ານ ນາງ ສົມເລັດ ໂພສາລາດ ຜູ້ທີ່ຮັບຜິດຊອບກິດຈະກໍາບິນໂດຣນ ຕາງໜ້າຄະນະຮັບຜິດຊອບຈັດງານ ໃຫ້ສຳພາດຕໍ່ໜັງສືພິມຈຳປາໃໝ່ ວັນທີ 4 ກຸມພາ 2025 ວ່າ: ໃນການບຸນນະມັດສະການຜາສາດຫີນວັດພູ ຈຳປາສັກ ປະຈໍາປີ 2025 ຈະມີການບິນໂດຣນ ໂດຍຈະແບ່ງເປັນ 3 ຊຸດຄື: ຊຸດທຳອິດ ຈໍານວນ 100 ລໍາຂຶ້ນບິນ ເປັນການບັນຍາຍກ່ຽວກັບທີ່ຕັ້ງຂອງເມືອງຈຳປາສັກ; ຊຸດທີ 2 ຈໍານວນ 200 ລໍາຂຶ້ນບິນ ບັນຍາຍກ່ຽວກັບການສ້າງຕົວເມືອງ ແລະ ສ້າງສາສະນະ ສະຖານຂອງຮີນດູ ແລະ ຊຸດສຸດທ້າຍ ຈະໃຊ້ໂດຣນຈໍານວນ 200 ລໍາ ຂຶ້ນບິນ ບັນຍາຍກ່ຽວກັບ ຈອມພູເກົ້າ ແຮງບັນດານໃຈເຖິງສັດທາອັນແຮງກ້າ ແລະ ຄວາມເຊື່ອໃນສາສະໜາຮິນດູ.
ສ່ວນການຍິງດອກພຸໄຟໃນມື້ເປີດງານ ວັນທີ 10 ກຸມພາ 2025, ທ່ານ ພັນເອກ ຄໍາເວົ້າ ຜູ້ຮັບຜິດ ຊອບການຍິງດອກພຸໄຟ ໃຫ້ຮູ້ວ່າ: ມີບັ້ງຂະໜາດ 3 ວິນາທີ 54 ບັ້ງ, ບັ້ງຂະໜາດ 4 ວິນາທີ 60 ບັ້ງ, ບັ້ງຂະໜາດ 5 ວິນາທີ 16 ບັ້ງ, ບັ້ງຂະໜາດ 6 ວິນາທີ 11 ບັ້ງ, ບັ້ງຂະໜາດ 10 ວິນາທີ 1 ບັ້ງ ແລະ ຊຸດຫາງນົກຍຸງ 300 ນັດ 1 ຊຸດ, ຊຸດພັດ 10 ນັດ 6 ຊຸດ, ຊຸດພັກ 130 ນັດ 1 ຊຸດ, ຊຸດແບບຕັ້ງ 40 ນັດ 2 ຊຸດ.
ນອກນີ້, ຍັງມີການສະແດງລະຄອນຢ້ອນຍຸກ ກ່ຽວກັບຄວາມຮັກ 3 ເສົ້າ ລະຫວ່າງ ທ້າວບາຈຽງ – ນາງມະໂລງ, ໄຂ ປິດສະໜາການກໍ່ສ້າງຜາສາດຫີນວັດພູ ແລະ ນາງສີດາຍອດຍິງຜູ້ເສຍສະຫລະ ແລະ ກີດຈະກໍາຍິງດອກພຸໄຟ ຈໍານວນ 300 ລູກ. ວັນທີ 11 ກຸມພາ 2025 ກໍຈະມີການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ, ກິລາກ໊ອບຄົນຈົນ, ກິລາແລ່ນໄຖ່ ແລະ ທ່ຽວງານບຸນຕາມອັດທະຍາໄສ. ສ່ວນມື້ສຸດທ້າຍຄື ວັນທີ 12 ກຸມພາ 2025 ກົງກັບມື້ຂຶ້ນ 15 ຄໍ່າເດືອນ 3 ລາວ ຫຼື ເດືອນສາມເພັງ ກົງກັບວັນບຸນມາຄະບູຊາ, ຕອນເຊົ້າ, ຄະນະນໍາຂັ້ນແຂວງ ຈະໄດ້ນໍາພາມວນຊົນທໍາບຸນໃສ່ບາດຖວາຍສັງຄະທານ ແດ່ພະສົງ. ຕອນແລງ ກໍມີພິທີວຽນທຽນ ເນື່ອງໃນວັນມາຄະບູຊາ.
ທີ່ມາ: ໜັງສືພິມ ຈໍາປາໃໝ່

