ຄຳມ່ວນ ຍັງເຫລືອຄອບຄົວທຸກຍາກ 11,553 ຄອບຄົວ ແລະ ອີກ 3 ເມືອງບໍ່ທັນພົ້ນທຸກ

ຂ່າວແຂວງຄໍາມ່ວນລາຍງານໃນວັນທີ 3 ກຸມພາ 2025 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ຜ່ານມາ ອົງການປົກຄອງແຂວງຄໍາມ່ວນ ໄດ້ສົມທົບກັບທຸກພາກສ່ວນໃນທົ່ວສັງຄົມ ສຸມທຶນຮອນງົບປະມານຕາມທ່າແຮງຂອງແຂວງ ແລະ ດຶງດູດພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ເຂົ້າມາມີສ່ວນຮ່ວມໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບັນດາບ້ານທີ່ຍັງບໍ່ຜ່ານຕາມມາດຖານເງື່ອນໄຂຂອງດຳລັດ 348/ລບ ເຮັດໃຫ້ວຽກງານນີ້ມີຄວາມຄືບໜ້າຂຶ້ນເປັນກ້າວໆ.
ແຂວງຄໍາມ່ວນ ປະກອບມີ 10 ເມືອງ 570 ບ້ານ, 84,933 ຄອບຄົວ, ພົນລະເມືອງທັງໝົດ 442,800 ຄົນ, ຍິງ 225,000 ກວ່າຄົນ, ປັດຈຸບັນ,ມີຄອບຄົວພົ້ນທຸກ 73,380 ຄອບຄົວແລະ ຍັງເຫຼືອ ຄອບຄົວທຸກຍາກ 11,553 ຄອບຄົວ; ມີຄອບຄົວພັດທະນາ 61,549 ຄອບຄົວ; ບ້ານພົ້ນທຸກ 480 ບ້ານ ແລະ ຍັງມີ90ບ້ານບໍ່ທັນພົ້ນທຸກ; ມີ 266 ບ້ານ ເປັນບ້ານພັດທະນາ; ເມືອງພົ້ນທຸກມີ 7 ເມືອງ ແລະ ມີ 3 ເມືອງຄື: ເມືອງ ບົວລະພາ, ເມືອງໄຊບົວທອງ ແລະ ນາກາຍ ຍັງເປັນເມືອງທຸກຍາກບໍ່ທັນພົ້ນທຸກເທື່ອ.

