ໄຟໄໝ້ເຮືອບິນ ປູຊານ ແອຣ ລະຫວ່າງກຽມອອກເດີນທາງ ອົບພະຍົບຜູ້ໂດຍສານ 176 ຄົນ

       ເກີດເຫດໄຟໄໝ້ເຮືອບິນໂດຍສານຂອງ ປູຊານ ແອ ຂະນະກຽມອອກເດີນທາງຈາກ ສ.ເກົາຫລີ ໂຊກດີສາມາດອົບພະຍົບຜູ້ໂດຍສານ 176 ຄົນອອກມາໄດ້.

       ກະຊວງຄົມມະນາຄົມ ສ.ເກົາຫລີ ອອກຖະແຫລງການວ່າ: ເຮືອບິນໂດຍສານແອຣບັສ ເອ321 ຂອງສາຍການບິນປູຊານ ແອຣ ຢູ່ລະຫວ່າງກຽມເດີນທາງອອກຈາກສະໜາມບິນສາກົນກິມແຮ ໃນເມືອງປູຊານ ໄປສະໜາມບິນສາກົນຮົງກົງ ເກີດເຫດໄຟໄໝ້ ເມື່ອເວລາ 22:15 ໂມງ ຕາມເວລາທ້ອງຖິ່ນ ຂອງວັນທີ 28 ມັງກອນຜ່ານມາ (ເວລາ 20:15 ໂມງ ຕາມເວລາປະເທດລາວ).

      ທັງນີ້, ເຈົ້າໜ້າທີ່ສາມາດອົບພະຍົບຜູ້ໂດຍສານ 169 ຄົນ ແລະ ຈຸບິນອີກ 7 ຄົນ ອອກຈາກເຮືອບິນໄດ້ຢ່າງປອດໄພຕາມຂັ້ນຕອນຄວາມປອດໄພທາງການບິນ.

       ສ່ວນສໍານັກງານມອດໄຟປະຈໍາສະໜາມບິນກິມແຮລາຍງານວ່າ: ມີຜູ້ໄດ້ຮັບບາດເຈັບເລັກໜ້ອຍ 4 ຄົນ ຈາກເຫດການຄັ້ງນີ້ ແລະ ເຈົ້າໜ້າທີ່ສາມາດຄວບຄຸມໄຟໄດ້ຢ່າງວ່ອງໄວ ເມື່ອເວລາ 23:31 ໂມງ ຕາມເວລາທ້ອງຖິ່ນ (ເວລາ 21:31 ໂມງ ຕາມເວລາປະເທດລາວ).

      ຂະນະທີ່ສາເຫດຂອງການເກີດໄຟໄໝ້ຢູ່ລະຫວ່າງການສືບສວນ-ສອບສວນຂອງໜ່ວຍງານທີ່ກ່ຽວຂ້ອງ ເຊິ່ງເບື້ອງຕົ້ນມີລາຍງານວ່າ: ໄຟເລີ່ມໄໝ້ຢູ່ບໍລິເວນສ່ວນທ້າຍຂອງຫ້ອງໂດຍສານ.

       ເຫດການດັ່ງກ່າວຖືເປັນອຸປະຕິເຫດທາງການບິນຄັ້ງຫລ້າສຸດຂອງ ສ.ເກົາຫລີ ນັບແຕ່ເຫດການຖ້ຽວບິນ 7ຊີ2216 ຂອງເຈຈູ ແອຣ​ ເຊິ່ງໃຊ້ເຮືອບິນໂດຍສານໂບອິ້ງ 737-800 ມີຜູ້ເສຍຊີວິດ 179 ຄົນ ໃນວັນທີ 29 ທັນວາ 2024.