ຄຳຖາມແປກໆທີ່ຖືກຖາມຫລາຍສຸດໃນກູເກິລ

ຍ້ອນຄວາມເປັນ Search Engine ຂະໜາດໃຫຍ່ ແລະ ລວບລວມຂໍ້ມູນຕ່າງໆຈາກທົ່ວໂລກໄວ້ຫລວງຫລາຍ ຈຶ່ງບໍ່ໜ້າແປກໃຈທີ່ດຽວນີ້ເວລາມີປັນຫາຫຍັງ ຄົນເຮົາກໍມັກຈະເປີດ Google ເພື່ອຫາຄຳຕອບກັນເປັນອັນດັບທຳອິດ ແລະ ນັ້ນເຮັດໃຫ້ບໍລິສັດ Search Factory ເກີດຄວາມສົງໄສວ່າ : ຄຳຖາມທີ່ຄົນສ່ວນຫລາຍພາກັນເຂົ້າໄປຊອກຫາຄຳຕອບຢູ່ໃນ Google ນັ້ນມີຫຍັງແດ່ ?
ໂຕຢ່າງຕໍ່ໄປນີ້ແມ່ນຄຳຖາມແປກໆທີ່ຄົນເຂົ້າໄປຫາຄຳຕອບໃນ Google ຫລາຍທີ່ສຸດມີດັ່ງນີ້ :
– How to hide a dead body (ວິທີການເຊື່ອງສົບຄົນຕາຍ) ຄົ້ນຫາສະເລ່ຍ 1.000 ເທື່ອຕໍ່ເດືອນ.
– How to get away with murder (ວິທີການຂ້າຄົນໃຫ້ຈັບບໍ່ໄດ້) ຄົ້ນຫາສະເລ່ຍ 1.900 ເທື່ອຕໍ່ເດືອນ.
– Cat Dating (ສ້າງສາຍສຳພັນກັບແມວ) ຄົ້ນຫາສະເລ່ຍ 110 ເທື່ອຕໍ່ເດືອນ.
– How to make my cat love me (ວິທີເຮັດໃຫ້ແມວຮັກຂ້ອຍ) ຄົ້ນຫາສະເລ່ຍ 390 ເທື່ອຕໍ່ເດືອນ.
– Lady Gaga naked? (ຮູບໂປ້ຂອງເລດີ້ກາກ້າ) ຄົ້ນຫາສະເລ່ຍ 135.000 ເທື່ອຕໍ່ເດືອນ.
– Is Lady Gaga a man? (ເລດີ້ກາກ້າເປັນຜູ້ຊາຍຫລືບໍ່?) ຄົ້ນຫາສະເລ່ຍ 18.100 ເທື່ອຕໍ່ເດືອນ.
– How to ask a guy out (ວິທີຊວນຜູ້ຊາຍອອກໄປຫລິ້ນ) ຄົ້ນຫາສະເລ່ຍ 14.800 ເທື່ອຕໍ່ເດືອນ.
– How to mend a broken heart (ວິທີປິ່ນປົວອາການອົກຫັກ) ຄົ້ນຫາສະເລ່ຍ 9.900 ເທື່ອຕໍ່ເດືອນ.
– How to have an affair (ວິທີການມີຊູ້) ຄົ້ນຫາສະເລ່ຍ 5.400 ເທື່ອຕໍ່ເດືອນ.
– Why did I get married? (ເປັນຫຍັງຂ້ອຍຈຶ່ງແຕ່ງດອງ?) ຄົ້ນຫາສະເລ່ຍ 40.500 ເທື່ອຕໍ່ເດືອນ.
– I hate my job (ຂ້ອຍຊັງວຽກຂອງຂ້ອຍ) ຄົ້ນຫາສະເລ່ຍ 22.000 ເທື່ອຕໍ່ເດືອນ.
– How to win the lottery (ວິທີຊື້ເລກຊື້ຫວຍໃຫ້ຖືກ) ຄົ້ນຫາສະເລ່ຍ 40.500 ເທື່ອຕໍ່ເດືອນ.
– How do I use Google (ວິທີໃຊ້ວຽກ Google) ຄົ້ນຫາສະເລ່ຍ 1.000 ເທື່ອຕໍ່ເດືອນ.
– How do I google something (ວິທີການຄົ້ນຫາດ້ວຍ Google) ຄົ້ນຫາສະເລ່ຍ 4.400 ເທື່ອຕໍ່ເດືອນ.
– Is Santa real? (ຊານຕາຄອດມີຈິງຫລືບໍ່ ?) ຄົ້ນຫາສະເລ່ຍ 60.500 ເທື່ອຕໍ່ເດືອນ.
– Why do men have nipples? (ເປັນຫຍັງຜູ້ຊາຍຈຶ່ງມີຫົວນົມ ? ) ຄົ້ນຫາສະເລ່ຍ 18.000 ເທື່ອຕໍ່ເດືອນ.

