ປະທານປະເທດລາວ ສົ່ງສານສະແດງຄວາມຊົມເຊີຍເຖິງທ່ານ ໂດໂນ ທຣໍາ ທີ່ໄດ້ຮັບຕຳແໜ່ງປະທານາທິບໍດີ ຄົນທີ 47 ຂອງສະຫະລັດ

ຂ່າວສານປະເທດລາວ ລາຍງານວັນທີ 27 ມັງກອນ 2024 ນີ້ວ່າ: ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ໂດໂນ ທຣໍາ ໃນໂອກາດທີ່ໄດ້ຮັບໄຊຊະນະການເລືອກຕັ້ງ ແລະ ສາບານຕົນເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີຄົນທີ 47 ຂອງ ສະຫະລັດອາເມລິກາ.
ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດທີ່ ທ່ານໄດ້ຮັບໄຊຊະນະການເລືອກຕັ້ງ ແລະ ສາບານຕົນເຂົ້າຮັບຕຳແໜ່ງເປັນ ປະທານາທິບໍດີຄົນທີ 47 ຂອງສະຫະລັດອາເມລິກາ, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະ ເຈົ້າຂໍສົ່ງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ເຊື່ອໝັ້ນຢ່າງຍິ່ງວ່າ ພາຍໃຕ້ການນໍາພາອັນປີຊາສາມາດ ຂອງທ່ານ, ສະຫະລັດ ອາເມລິກາ ຈະສືບຕໍ່ມີການພັດທະນາ ແລະ ວັດທະນະຖາວອນ.
ຂ້າພະເຈົ້າມີຄວາມຍິນດີ ແລະ ພ້ອມທີ່ຈະເຮັດວຽກຮ່ວມກັບທ່ານ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວລາວ ແລະ ສະຫະລັດ ອາເມລິກາ ທີ່ມີມາແລ້ວນັ້ນ ບົນພື້ນຖານການເປັນຄູ່ຮ່ວມມືແບບກວມ ລວມໃຫ້ນັບມື້ນັບເຂັ້ມແຂງ ເພື່ອຜົນປະໂຫຍດລວມຂອງ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ທ່ານ ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງທ່ານ, ອວຍພອນໃຫ້ປະຊາຊົນ ອາເມລິກາ ເພື່ອນມິດ ສືບຕໍ່ມີຄວາມສົມບູນພູນສຸກ ແລະ ຈະເລີນຮຸ່ງເຮືອງຕະຫລອດໄປ.

