ເຈົ້າໜ້າທີ່ປ້ອງກັນເຄື່ອນທີ່ເລັ່ງແກ້ໄຂແກ້ງຂີ່ລົດກວນເມືອງ

ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ວັນທີ 27 ພະຈິກນີ້, ເຈົ້າໜ້າທີ່ປ້ອງກັນເຄື່ອນທີ່ກະຊວງປ້ອງກັນຄວາມສະຫງົບໄດ້ຈັບຕົວໄວລຸ້ນ 2 ຄົນຄື: ທ້າວ ນ້ອຍ ອາຍຸ 17 ປີ ແລະ ທ້າວ ສົມສະຫວັນ ອາຍຸ 18 ປີຢູ່ບ້ານສີໄຄເມືອງສີໂຄດຕະບອງນະຄອນຫລວງວຽງຈັນ, ພາຍຫລັງພວກກ່ຽວຮ່ວມກັບໝູ່ຂີ່ລົດກວນເມືອງຢູ່ເສັ້ນທາງມິດຕະພາບ-ລາວໄທ, ເຈົ້າໜ້າທີ່ຈຶ່ງໄດ້ນໍາກັກຕົວທັງສອງໄວ້ໄດ້ ແລະ ໃນຂະນະເຈົ້າໜ້າທີ່ກວດຄົ້ນລົດຈັກພົບເຫັນມີຢາບ້າ ແລະ ອຸປະກອນເສບຢາຈຳນວນໜຶ່ງ, ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວສົ່ງໃຫ້ ປກສ ເມືອງສີສັດຕະນາກດຳເນີນຄະດີຕາມລະບຽບກົດໝາຍ.
ທ່ານພົນຈັດຕະວາ ສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ໃຫ້ຮູ້ວ່າ: ໃນ 5 ປີຜ່ານມາ, ກຳລັງປ້ອງກັນເຄື່ຶອນທີ່ກະຊວງ ປກສ ໄດ້ເຮັດວຽກງານສະເພາະກິດເຄື່ອນໄຫວສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍທໍ້ທີ່ເກີດຂຶ້ນໃນນະຄອນຫລວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດສໍາເລັດ 11 ພັນກວ່າຄັ້ງ, ພົ້ນເດັ່ນແມ່ນແກ້ໄຂກຸ່ມແກ້ງຂີ່ລົດກວນເມືອງຢູ່ຕາມເສັ້ນທາງຕ່າງໆໄດ້ຫລາຍກວ່າ 1 ພັນຄັນ ແລະ ໃນຕໍ່ໜ້ານີ້, ຈະເລັ່ງປັບປຸງກຳລັງສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃຫ້ວ່ອງໄວ ແລະ ເດັດຂາດ ເປັນຕົ້ນ: ກຸ່ມແກ້ງຂີ່ລົດກວນເມືອງໃຫ້ຢຸດຕິລົງຢ່າງສິ້ນເຊິງ.

