ຈັບກຸມແກ້ງສໍ້ call center ຊາວຈີນ 41 ຄົນ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ

ໜັງສືພິມ ປ້ອງກັບຄວາມສະຫງົບ ລາຍງານວ່າ: ວັນທີ 12 ມັງກອນ 2025 ຜ່ານມາ ປກສ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ສົມທົບກັບ ກົມໃຫຍ່ຕຳຫລວດ, ເຈົ້າໜ້າທີ່ ສປ ຈີນ ແລະ ໜ່ວຍງານຮັກສາຄວາມປອດໄພ ເຂົ້າຈັບກຸມເປົ້າໝາຍ ກຸ່ມແກ້ງສໍ້ໂກງສັບທາງໂທລະຄົມ (call center) ສາມາດຈັບກຸມເປົ້າໝາຍໄດ້ທັງໝົດ 41 ຄົນ, ທັງໝົດເປັນຄົນສັນຊາດຈີນ ພ້ອມເຄື່ອງຂອງກາງ ຄອມພິວເຕີໂນດບຸກ 16 ໜ່ວຍ, ໂທລະສັບມືຖື 93 ໜ່ວຍ, ໄອແພັດ 1 ໜ່ວຍ ແລະ ເງິນສົດ 306.650 ຢວນ ພ້ອມເຄື່ອງຂອງກາງອີກຈຳນວນໜຶ່ງ.
ວັນທີ 16 ມັງກອນ 2025 ໄດ້ນຳຕົວຜູ້ຖືກຫາ ຈຳນວນດັ່ງກ່າວ, ພ້ອມເຄື່ອງຂອງກາງສົ່ງໃຫ້ທາງເຈົ້າໜ້າທີ່ຝ່າຍຈີນ ຢູ່ທີ່ດ່ານສາກົນ ບໍ່ເຕັນ-ບໍ່ຫານ ແຂວງຫລວງນໍ້ຳທາ ຕາງໜ້າຝ່າຍລາວມອບໂດຍ ພັທ ສຸກສະຫວັນ ວິລະວົງ ຮອງຫົວໜ້າກົມສືບສວນ-ສອບສວນ ກົມໃຫຍ່ຕຳຫລວດ ແລະ ຕາງໜ້າຝ່າຍຈີນກ່າວຮັບໂດຍ ທ່ານ ພັອ ຈ່າງ ຊົງເລຍ ຮອງຜູ້ອຳນວຍການ ພະແນກປ້ອງກັນຄວາມສະຫງົບ ກົມຮ່ວມມືສາກົນ ແຂວງກວາງຕຸ້ງ.
ທີ່ມາ: ຄວາມສະຫງົບ

