ຖອດບົດສໍາພາດທ່ານ ທຣໍາ 5 ເລື່ອງທີ່ຕ້ອງຕິດຕາມ ກ່ອນທ່ານ ທຣໍາ ດໍາລົງຕໍາແໜ່ງຜູ້ນໍາອາເມລິກາ

ວັນທີ 20 ມັງກອນ 2025 ຄືວັນສໍາຄັນທີ່ທົ່ວໂລກຕ່າງເຝົ້າຕິດຕາມ ເມື່ອທ່ານ ໂດນັລ ທຣໍາ ຈະເຂົ້າຮັບຕໍາແໜ່ງປະທານາທິບໍດີອາເມລິກາຢ່າງເປັນທາງການ. ການປ່ຽນຜ່ານຄັ້ງນີ້ເຕັມໄປດ້ວຍບັນຫາຮ້ອນແຮງ ແລະ ຄໍາຖາມຈໍານວນຫລາຍທີ່ລໍຖ້າຄໍາຕອບ ນັບແຕ່ນະໂຍບາຍທີ່ທ່ານເຄີຍປະກາດໄວ້ ໄປຈົນຮອດທ່າທີທີ່ອາດປ່ຽນສົມດູນຂອງເວທີໂລກ.
ຫລ້າສຸດວັນທີ 18 ມັງກອນ, ທ່ານ ທຣໍາ ໃຫ້ສໍາພາດທາງໂທລະພາບຕໍ່ສໍານັກຂ່າວ NBC News ຜ່ານລາຍການ Meet the Press ເຖິງບັນຫາຕ່າງໆທີ່ທ່ານຈະປະຕິບັດຫລັງໄດ້ດໍາລົງຕໍາແໜ່ງຜູ້ນໍາ. ມື້ນີ້ເຮົາສະຫລຸບຖອດຄວາມ 5 ເລື່ອງສໍາຄັນທີ່ບໍ່ຄວນພາດ ກ່ອນທ່ານ ທຣໍາ ຈະເລີ່ມຕົ້ນບົດບາດຜູ້ນໍາອາເມລິກາອີກເທື່ອໜຶ່ງ.
- ເນລະເທດຜູ້ອົບພະຍົບຄັ້ງໃຫຍ່ເກີດແນ່ນອນ
ທ່ານ ທຣໍາ ກ່າວວ່າ: ລັດຖະບານຊຸດໃໝ່ຂອງທ່ານກໍາລັງພິຈາລະນາຈະເນລະເທດຜູ້ອົບພະຍົບທີ່ບໍ່ມີເອກະສານຮັບຮອງໃຫ້ໄວທີ່ສຸດ ຫລັງຈາກທ່ານດໍາລົງຕໍາແໜ່ງຜູ້ນໍາ. ພ້ອມເນັ້ນວ່າ: ນີ້ຄືຄວາມມຸ່ງໝາດປາດຖະໜາທີ່ຈະກໍາຈັດອາດຊະຍາກອນອອກຈາກປະເທດຂອງພວກເຮົາ.
“ມັນຈະເລີ່ມຢ່າງໄວທີ່ສຸດ” ທ່ານກ່າວຕໍ່ NBC News “ຂ້າພະເຈົ້າຍັງບອກບໍ່ໄດ້ວ່າເປັນເມືອງໃດ ເພາະທຸກຢ່າງກໍາລັງປ່ຽນແປງ… ພວກເຮົາຕ້ອງກໍາຈັດອາດຊະຍາກອນອອກຈາກປະເທດຂອງພວກເຮົາ”.
ກ່ອນໜ້ານີ້ມີຫລາຍຄັ້ງທີ່ທ່ານ ທຣໍາ ສະແດງອອກຊັດເຈນວ່າທ່ານມີແຜນຈະເນລະເທດຜູ້ອົບພະຍົບຄັ້ງໃຫຍ່ ໂດຍສໍານັກຂ່າວ CNN ເຄີຍລາຍງານວ່າ: ລັດຖະບານຂອງທ່ານ ທຣໍາ ຈະເນັ້ນໃສ່ການເນລະເທດຜູ້ອົບພະຍົບທີ່ບໍ່ມີເອກະສານຮັບຮອງ ແລະ ມີປະຫວັດອາດຊະຍາກໍາໃນເຂດເມືອງສໍາຄັນຕົ້ນໆເປັນອັນດັບທໍາອິດ ຍົກຕົວຢ່າງຊິຄາໂກ, ເດນເວີ ແລະ ວໍຊິງຕັນ ດີ.ຊີ.
- ຕໍ່ຊະຕາ TikTok ?
ທ່ານ ທຣໍາ ກ່າວວ່າ: ທ່ານມີທ່າອ່ຽງສູງຈະໃຊ້ອໍານາດໃນຖານະປະທານາທິບໍດີເລື່ອນການຫ້າມ TikTok ອອກໄປເປັນເວລາ 90 ວັນຫລັງຈາກເຂົ້າຮັບຕໍາແໜ່ງ.
ທ່ານ ທຣໍາ ກ່າວວ່າ: ອາດເປັນເລື່ອງທີ່ເໝາະສົມໃນການອະນຸມັດໃຫ້ຂະຫຍາຍເວລາການຫ້າມ TikTok ອອກໄປ ໂດຍປັດຈຸບັນຊະຕາກໍາຂອງ TikTok ເອີ້ນວ່າແຂວນຢູ່ເທິງເສັ້ນດ້າຍ ເພາະກົດໝາຍຂອງອາເມລິກາສັ່ງໃຫ້ຕ້ອງຂາຍກິດຈະການໃຫ້ຜູ້ຊື້ຊາວອາເມລິກາພາຍໃນວັນທີ 19 ມັງກອນ ບໍ່ສະນັ້ນຈະຖືກຫ້າມນໍາໃຊ້ຢູ່ອາເມລິກາ. ຂະນະທີ່ວັນທີ 17 ມັງກອນ ສານສູງສຸດພິພາກສາຍື່ນສະໜັບສະໜູນກົດໝາຍຫ້າມ ເຮັດໃຫ້ TikTok ເຂົ້າສູ່ສະຖານະຈໍດໍາຮຽບຮ້ອຍແລ້ວ.
“ຂ້າພະເຈົ້າຄິດວ່ານັ້ນຈະເປັນທາງເລືອກໜຶ່ງທີ່ຈະພິຈາລະນາຢ່າງແນ່ນອນ ການຂະຫຍາຍເວລາອອກໄປ 90 ວັນເປັນສິ່ງທີ່ອາດຈະເກີດຂຶ້ນຫລາຍທີ່ສຸດ ເນື່ອງຈາກມີຄວາມເໝາະສົມ ແລະ ຖ້າຂ້າພະເຈົ້າຈະເຮັດແບບນັ້ນ ຂ້າພະເຈົ້າຈະປະກາດໃນວັນທີ 20 ມັງກອນ” ທ່ານ ທຣໍາ ກ່າວ.
ທັງນີ້, ກົດໝາຍທີ່ກ່ຽວກັບການຫ້າມ TikTok ອະນຸຍາດໃຫ້ປະທານາທິບໍດີສາມາດເລື່ອນການຫ້າມອອກໄປໄດ້ 90 ວັນ, ແຕ່ມີຂໍ້ຍົກເວັ້ນວ່າຈະຕ້ອງມີຫລັກຖານທີ່ສະແດງເຖິງຄວາມຄືບໜ້າຢ່າງຈະແຈ້ງກ່ຽວກັບການຂາຍແອັບໃຫ້ຜູ້ຊື້ຊາວອາເມລິກາ.
ຂະນະດຽວກັນມີລາຍງານອອກມາວ່າ: ທ່ານ ທຣໍາ ເຊີນທ່ານ ໂຈໂຊຈື ຜູ້ບໍລິຫານ TikTok ມາຮ່ວມພິທີສາບານຕົນຢູ່ນະຄອນຫລວງວໍຊິງຕັນ ເຊິ່ງບໍ່ວ່າເລື່ອງຈະອອກຫົວ ຫລື ກ້ອຍ ພວກເຮົາຈະໄດ້ຮູ້ພ້ອມກັນມີວັນທີ 20 ມັງກອນນີ້.
- ແກ້ໄຂສະຖານະການເຫດໄຟໄໝ້ປ່າຢູ່ລອສແອນເຈລິສ
ວ່າທີ່ປະທານາທິບໍດີຄົນໃໝ່ກ່າວວ່າ: ທ່ານອາດເດີນທາງໄປລອສແອນເຈລິສໃນອາທິດໜ້າ ເພື່ອສໍາຫລວດຄວາມເສຍຫາຍຫລັງຈາກໄຟໄໝ້ປ່າລຸກລາມໄປທົ່ວພາກພື້ນ ໂດຍກ່າວກັບ NBC News ວ່າ: ຄວາມຈິງແລ້ວ ຂ້າພະເຈົ້າຢາກເດີນທາງໄປໃນວັນທີ 17 ມັງກອນຜ່ານມາ, ແຕ່ຕັດສິນໃຈວ່າຈະຖ້າຈົນກວ່າຈະເຂົ້າຮັບຕໍາແໜ່ງກ່ອນ.
“ຄວາມຈິງແລ້ວ ຂ້າພະເຈົ້າຕັ້ງໃຈຈະໄປແຕ່ວັນທີ 17 ມັງກອນ, ແຕ່ຄິດວ່າອາດຈະດີກວ່າຖ້າຂ້າພະເຈົ້າໄປໃນຖານະປະທານາທິບໍດີ, ຂ້າພະເຈົ້າຄິດວ່າອາດຈະເໝາະສົມກວ່າ” ທ່ານ ທຣໍາ ກ່າວ.
ທ່ານ ທຣໍາ ກ່າວວ່າ: ທ່ານບໍ່ໄດ້ເຈລະຈາກັບທ່ານ ແກວິນ ນິວຊໍາ ເຈົ້າຄອງລັດແຄລິຟໍເນຍ ເລີຍນັບແຕ່ເກີດໄຟໄໝ້ປ່າ, ແຕ່ຂະນະດຽວກັນ ທ່ານວິພາກວິຈານເຈົ້າຄອງລັດ ແລະ ເຈົ້າໜ້າທີ່ພັກເດໂມແຄຣດທ່ານອື່ນໆ ກ່ຽວກັບຄວາມພະຍາຍາມໃນການຄວບຄຸມໄໝ້ປ່າ ໂດຍກ່າວຫາວ່າພວກເຂົາເປັນພະຍານທີ່ໄຮ້ຄວາມສາມາດໃນໜຶ່ງໃນໄພພິບັດທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງປະເທດ.
- ຂໍ້ຕົກລົງຢຸດຍິງອິດສະລາແອນ-ຮາມັດ
ທ່ານ ທຣໍາ ກ່າວວ່າ: ທ່ານບອກທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນວ່າ: “ເຮັດໃນສິ່ງທີ່ຕ້ອງເຮັດຕໍ່ໄປ” ພ້ອມເນັ້ນວ່າ: ທ່ານປາດຖະໜາຈະເຫັນສົງຄາມລະຫວ່າງອິດສະລາແອນ ແລະ ກຸ່ມຮາມັດຢຸດລົງ ແລະ ຍັງເຕືອນວ່າ: “ສະຖານະການຈະຮ້າຍແຮງ” (all hell will break out) ຖ້າທັງສອງຝ່າຍບໍ່ຮັກສາຂໍ້ຕົກລົງຢຸດຍິງ ແລະ ການປ່ອຍຕົວປະກັນທີ່ຫາກໍເຈລະຈາເມື່ອມໍ່ໆມານີ້.
ໂດຍອິດສະລາແອນ ແລະ ກຸ່ມຮາມັດຈະເລີ່ມການຢຸດຍິງຢູ່ເຂດກາຊາໃນວັນທີ 19 ມັງກອນນີ້ ຫລັງຄະນະລັດຖະບານອິດສະລາແອນອະນຸມັດຂໍ້ຕົກລົງເມື່ອບໍ່ດົນມານີ້.
ນອກຈາກນີ້, ທ່ານ ທຣໍາ ກ່າວຕໍ່ NBC News ອີກວ່າ: ທ່ານວາງແຜນຈະພົບກັບທ່ານ ເນທັນຢາຮູ ໃນມໍ່ໆນີ້, ແຕ່ປະຕິເສດຈະໃຫ້ລາຍລະອຽດ.
- ພິທີສາບານຕົນ
ປະທານາທິບໍດີຄົນໃໝ່ເວົ້າເຖິງການຕັດສິນໃຈຍ້າຍພິທີສາບານຕົນເຂົ້າຮັບຕໍາແໜ່ງທີ່ຈະໄປຈັດໃນຮົ່ມ ຈາກປົກກະຕິຈະດໍາເນີນງານກາງແຈ້ງ ເພາະທ່ານເບິ່ງວ່າປັດຈຸບັນນີ້ອຸນຫະພູມຢູ່ນະຄອນຫລວງວໍຊິງຕັນໜາວແຮງ, ທ່ານ ທຣໍາ ເຊື່ອວ່າຕົນເອງຕັດສິນໃຈຖືກ ແລະ ສັນຍາວ່າພິທີນີ້ຈະອອກມາງົດງາມຢ່າງແນ່ນອນ.
“ສະພາບອາກາດໜາວເຢັນ ແລະ ຂ້າພະເຈົ້າຄິດວ່າມັນອາດເປັນອັນຕະລາຍຕໍ່ປະຊາຊົນ ແລະ ທຸກຢ່າງ. ດັ່ງນັ້ນ ຂ້າພະເຈົ້າຄິດວ່າພວກເຮົາຕັດສິນໃຈຖືກຕ້ອງແລ້ວ” ທ່ານກ່າວ “ຈະເປັນຂະບວນພາເຫລດທີ່ສ່ວນຫລາຍເກີດຂຶ້ນໃນຮົ່ມ ແລະ ງົດງາມ”.
ທ່ານ ທຣໍາ ກ່າວຕໍ່ NBC News ວ່າ: “ຄວາມສາມັກຄີ ແລະ ຄວາມແຂງແກ່ນ ລວມທັງຄໍາວ່າຄວາມຍຸຕິທໍາ” ຈະເປັນຫົວຂໍ້ໃນການກ່າວສູນທອນພົດຂອງທ່ານ.
ອ້າງອີງ:

