ຖ້າບໍ່ແກ້ໄຂແຕ່ຕອນນີ້ ຊາວໜຸ່ມລາວ ຈະເອົາຫຍັງໄປແຂ່ງຂັນກັບປະເທດອື່ນໃນອະນາຄົດ

ໂດຍ: ມຶກບໍ່ແຫ້ງ
ພວກເຮົາເວົ້າມາຕະຫລອດວ່າ ຊາວໜຸ່ມເປັນກຳລັງແຮງ ແລະ ອະນາຄົດຂອງປະເທດຊາດ ເຊິ່ງລັດຖະບານ ໄດ້ ເອົາໃຈໃສ່ການພັດທະນາ ຊາວໜຸ່ມລາວເລື້ອຍມາ ແຕ່ມາຮອດມື້ນີ້ ພວກເຮົາຄິດວ່າ ຊາວໜຸ່ມລາວ ມີຄວາມພ້ອມໃນການແຂ່ງຂັນ ກັບບັນດາ ປະເທດອື່ນ ແລະ ພ້ອມທີ່ຈະນຳພາປະເທດຊາດ ສູ່ການພັດທະນາ ທີ່ແທ້ຈິງໄດ້ບໍ່?
ປັດຈຸບັນ ປະຊາຊກອນລາວທີ່ຈັດຢູ່ໃນກຸ່ມໄວໜຸ່ມກວມເອົາປະມານເກືອບ 60% ໃນຈຳນວນປະຊາກອນທັງໝົດ 7 ລ້ານກວ່າຄົນ ການພັດທະນາໄວໜຸ່ມແມ່ນວຽກອັນຈຳເປັນຂອງພວກເຮົາທີ່ຈະສ້າງເຂົາເຈົ້າ ເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບໃນມື້ນີ້ ເພື່ອອະນາຄົດທີ່ດີຂອງຊາດໃນອະນາຄົດ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ອ່ານຂ່າວກ່ຽວກັບການປະເມີນ ດັດຊະນີ ການພັດທະນາ ຂອງໄວໜຸ່ມ ຂອງໂລກ ເຊິ່ງບົ່ງບອກວ່າ ຊາວໜຸ່ມສິງກະໂປ ຖືກຈັດວ່າເປັນຜູ້ທີ່ມີສັກກະຍາພາບໃນການແຂ່ງຂັນ, ມີຄວາມກຽມພ້ອມ ແລະ ທ່າແຮງໃນການ ຮັບມື້ກັບອະນາຄົດໄດ້ດີກວ່າໝູ່ ເຊິ່ງການປະເມີນດັ່ງກ່າວ ແມ່ນອີງໃສ່ ບັນດາປັດໄຈທີ່ກ່ຽວກັບ ການສຶກສາທີ່ມີຄຸນນະພາບທີ່ຕອບສະໜອງ ຕະຫລາດແຮງງານ, ສຸຂະພາບ, ການມີສ່ວນຮ່ວມທາງການເມືອງ, ຄວາມສະຫງົບພາຍໃນປະເທດ ທີ່ເອື້ອຍອຳນວຍການພັດທະນາຂອງໄວໜຸ່ມ.
ໃນກຸ່ມປະເທດ ອາຊຽນ (ASEAN) ພວກເຮົານັ້ນ ຕໍ່ຈາກສິງກາໂປ ກໍແມ່ນຊ່າວໜຸ່ມ ບຣູໄນ, ມາເລເຊຍ, ໄທ ແລະ ຫວຽດນາມ ກໍໄດ້ຮັບຄະແນນສູງ ຫາ ສູງຫລາຍ ແລະ ຈາກຜົນການປະເມີນນີ້ ເຮັດໃຫ້ ຂ້າພະເຈົ້າບໍ່ແປກໃຈເລີຍ ວ່າຂີດຄວາມສາມາດໃນການແຂ່ງຂັນທາງເສດຖະກິດ ແລະ ສັງຄົມຂອງເຂົາເຈົ້າເໜືອພວກເຮົາບໍ່ແມ່ນໜ້ອຍ, ສ່ວນ ສປປ ລາວ ໄດ້ຮັບຄະແນນ ລະດັບປານກາງ ຫາຕໍ່າ.
ເມື່ອເປັນແນວນັ້ນ ຈຶ່ງເຮັດໃຫ້ຂ້າພະເຈົ້າຄິດຄຳນຶງກ່ຽວກັບຊາວໜຸ່ມລາວທີ່ສ່ວນຫລາຍກຳລັງພາກັນ ດິ້ນຮົນ ເພື່ອເອົາຕົວລອດປະຈຳວັນ ຜູ້ພໍທີ່ອອກແຮງງານຫາເງິນໄດ້ກໍປະລະການຮຽນຊອກເຮັດວຽກງານທຳ ເພື່ອລ້ຽງຊີບ ນັບແຕ່ການໄປຂາຍແຮງງານ ພາຍໃນ ແລະ ຕ່າງປະເທດ, ການຂາຍເຄື່ອງອອນລາຍ ແລະ ການປະກອບອາຊີບອື່ນໆ ເຊິ່ງກໍບໍ່ແມ່ນເລື່ອງຂີ້ຮ້າຍທັງໝົດ ເພາະວ່າການອອກໄປເຮັດວຽກ ອອກແຮງງານ ຢູ່ຕ່າງປະເທດ ກໍໄດ້ສົ່ງລາຍຮັບກັບປະເທດຫລາຍສົມຄວນ, ປະມານ 600 ລ້ານໂດລາຕໍ່ປີ ຕາມການລາຍງານຂອງປະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນກາງປີທີ່ຜ່ານມາ ການໄປເຮັດວຽກຢູ່ຕ່າງປະເທດນອກຈາກຈະໄດ້ເງິນເປັນກອບເປັນກຳແລ້ວຍັງໄດ້ປະສົບການນຳອີກ ນອກນີ້ ບາງຄົນກໍທຸ່ມເທໃສ່ສ້າງທຸລະກິດເປັນຂອງຕົນເອງ ກໍປະສົບຜົນສຳແຕ່ຍັງອາຍຸຍັງນ້ອຍກໍສາມາດລ້ຽງຕົນເອງ ແລະຄອບຄົວນັ້ນ ເຊິ່ງທັງໝົດນັ້ນລ້ວນແຕ່ເປັນສິ່ງທີ່ດີແລ້ວ ໜ້າຊົມເຊີຍ.
ອັນຄຽງຄູ່ກັບເລື່ອງນີ້ນັ້ນກໍຄືເລື່ອງຂີ້ຮ້າຍ ເພາະໃນຈຳນວນໄວໜຸ່ມທີ່ປະລະການຮຽນນັ້ນ ມີເງື່ອນໄຂທີ່ແຕກຕ່າງກັນ ໃນພື້ນຖານຄອບຄົວ ແລະ ສະພາບແວດລ້ອມ, ພວກເຮົາໄດ້ຍິນຂ່າວເລື້ອຍໆ ກ່ຽວກັບໄວໜຸ່ມລາວຈຳນວນບໍ່ໜ້ອຍກຳລັງ ຫັນຫລັງໃສ່ສະຖາບັນການສຶກສາ ມຸ່ງໜ້າຫາເງິນ ແຕ່ບໍ່ສົບສົບຜົນສຳເລັດຍ້ອນໄປຫລົງມົວເມົາມົ້ວສຸມນຳຢາເສບຕິດປະເພດຕ່າງໆ ເຊິ່ງເລີ່ມຈາກການຫລິ້ນກິນຊຸມແຊວ, ສູບຢາໄຟຟ້າ, ດື່ມນໍ້າກະທ່ອມ ແລະ ສຸຂະພາບເລີ່ມອ່ອນເພຍ ຈິດໃຈເລີ່ມຫຍາບກະດ້າງ ສັນດານດ້ານບໍ່ດີກໍຄວບຄຸມພຶດຕິກຳ ກາຍເປັນຄົນຂີ້ຄ້ານິດໄສເສຍ ແລ້ວສ້າງຄວາມເສຍຫາຍ ສ້າງພາລະແກ່ຄອບຄົວ, ກໍ່ຄວາມບໍ່ສະຫງົບໃນສັງຄົມ ແລະອື່ນໆ ທີ່ເຮັດໃຫ້ພວກເຮົາອົດຄິດເປັນຫ່ວງບໍ່ໄດ້ ທີ່ຈະຕັ້ງຄຳຖາມວ່າ ປະເທດຊາດພວກເຮົາຈະສາມາດຝາກຄວາມຫວັງນຳໄວໜຸ່ມພວກເຮົານີ້ ໄດ້ແນວໃດ?
ພວກເຮົາຄິດເບິ່ງວ່າ ການພັດທະນາທີ່ທັນສະໄໝ ແລະ ຈະເລີນຮຸ່ງເຮືອງຂອງ ຍີ່ປຸ່ນ, ສິງກາໂປ, ສປ ຈີນ ຫລື ແມ່ນແຕ່ຫວຽດນາມ ໃນປັດຈຸບັນ ກໍແມ່ນໝາກຜົນການພັດທະນາໄວໜຸ່ມໂດຍສະເພາະແມ່ນການສຶກສາ ທີ່ມີຄຸນນະພາບ ໃນເມື່ອ 20-30 ປີກ່ອນ ຫລື ດົນກວ່ານັ້ນ. ເພາະສະນັ້ນ, ຖ້າເກີດວິກິດກ່ຽວກັບໄວໜຸ່ມໃນມື້ນີ້ ກໍອາດໝາຍວ່າອະນາຄົດຈະບໍ່ໄດ້ສົດໃສເຊັ່ນກັນ.
ຄຳຖາມທີ່ຂ້າພະເຈົ້າ ຫລື ສັງຄົມພວມເປັນຫ່ວງນັ້ນກໍຄື “ແລ້ວໄວໜຸ່ມລາວ ຈະໄດ້ຮັບການພັດທະນາໃຫ້ດີຂື້ນໄດ້ແນວໃດ?” ໃນບົດຄົ້ນຄວ້າ ກ່ຽວກັບໄວໜຸ່ມ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ລະບຸເຖິງວິທີທາງແກ້ໄຂວ່າ ສິ່ງທີ່ຄວນເລັ່ງປັບປຸງ ກໍແມ່ນການສ້າງວຽກເຮັດງານທຳທີ່ເໝາະສົມ, ສາມາດລ້ຽງຊີບແກ່ເຂົາເຈົ້າພາຍໃນປະເທດ ເຊິ່ງຈະສ້າງແຮງຈູງໃຈ ໃນການສຶກສາຮໍ່າຮຽນໃຫ້ແກ່ໄວໜຸ່ມ ເຊິ່ງແມ່ນສິ່ງຕັດສິນອະນາຄົດຂອງຊາດໃນການສ້າງຄົນຮຸ່ນສືບທອດ ທີ່ມີຄວາມຮູ້ຄວາມສາມາດ, ນອກນັ້ນ ວຽກງານ ການສຶກສາ ຄວນໄດ້ຮັບການປັບປຸງ ຫລັກສູດທີ່ ສ້າງຄົນໃຫ້ແທດເໝາະກັບຕະຫລາດແຮງງານປັດຈຸບັນ ແລະ ອະນາຄົດ.

