ຄະນະນໍາກະຊວງປ້ອງກັນປະເທດ ອວຍພອນ ສະຫາຍ ບຸນຍັງ ວໍລະຈິດ

ວັນທີ 16 ມັງກອນ 2025 ນີ້, ຄະນະນໍາກະຊວງປ້ອງກັນປະເທດ ເຊິ່ງນຳໂດຍ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ເຂົ້າອວຍພອນ ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່,ອະດີດປະທານປະເທດແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ 2025 ນີ້.

ໂອກາດນີ້, ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍໄດ້ຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດ ກໍຄືນາຍ ແລະ ພົນທະຫານໃນທົ່ວກອງທັບປະຊາຊົນລາວ ກ່າວຄໍາອວຍພອນໄຊອັນປະເສີດມາຍັງສະຫາຍ ບຸນຍັງ ວໍລະຈິດ ຈົ່ງມີພະລານະໄມສົມບູນ​ ມີສຸຂະພາບແຂງແຮງ ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວຂອງສະຫາຍ ແລະ ສືບຕໍ່ໃຫ້ການຊີ້ນໍາ-ນໍາພາກອງທັບປະຊາຊົນລາວໃຫ້ເຕີບໃຫຍ່ຂະຫຍາຍຕົວ ກາຍເປັນກອງທັບທີ່ມີແບບແຜນ ແລະ​ ທັນສະໄໝ.

ໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ພ້ອມຄະນະ ທີ່ໄດ້ເຂົ້າມາອວຍພອນ ແລະ ນໍາຄຳອວຍພອນໄຊອັນຈົບງາມ ມາອວຍພອນໃຫ້ໃນຄັ້ງນີ້, ພ້ອມທັງອວຍພອນຄືນໃຫ້ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສຳເລັດໃນໜ້າທີ່ວຽກງານອັນມີກຽດ, ສືບຕໍ່ຊີ້ນໍາ-ນໍາພາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບໃຫ້ເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນເລື້ອຍໆ.

ທີ່ມາ: ໜັງສືພິມກອງທັບ