ຕຳຫລວດໄທ ກວດພົບໂຮງງານຜະລິດຢາດີໄອປອມ ກຽມສົ່ງອອກຂາຍຫລາຍໝື່ນແກ້ວ ແລະ ເຄີຍກະທຳມາແລ້ວຫລາຍຮອບ

ຂ່າວຊ່ອງ 3 ຂອງໄທ ລາຍງານວ່າ: ວັນທີ 7 ມັງກອນ 2025 ຜ່ານມານີ້ ຕໍາຫລວດສອບສວນກາງ (CIB) ຮ່ວມກັບ ກົມອາຫານ ແລະ ຢາ, ສໍານັກງານສາທາລະນະສຸກຈັງຫວັດ ນະຄອນປະຖົມ ເຂົ້າມ້າງເຄືອຂ່າຍໂຮງງານເຖື່ອນ ຜະລິດຢາດີໄອປອມ ກ່ອນກຽມສົ່ງຂາຍລັອດໃຫຍ່ 54,000 ແກ້ວ ແລະ ອຸປະກອນ ມູນຄ່າຫລາຍກວ່າ 100 ລ້ານບາດ.
ໃນການກວາດລ້າງຄັ້ງນີ້ ສາມາດກວດຍຶດ ແລະ ອາຍັດ ຢາສໍາເລັດຮູບ, ເຄື່ອງມືເຄື່ອງຈັກ, ອຸປະກອນທີ່ໃຊ້ໃນການຜະລິດ ແລະ ວັດຖຸດິບ ໃນພື້ນທີ່ 4 ຈຸດ ທັງສະຖານທີ່ຜະລິດ, ສະຖານທີ່ກະຈາຍຜະລິດຕະພັນຢາແກ້ໄອປອມ, ສະຖານທີ່ຜະລິດສະຫລາກ ແລະ ສະຖານທີ່ເກັບເອກະສານການສັ່ງຊື້ສານເຄມີທີ່ເປັນສ່ວນປະສົມໃນການຜະລິດຢາດີໄອປອມ.
ຈາກການສືບສວນພົບວ່າຜູ້ກະທໍາຜິດ ໄດ້ນໍາເອົາສ່ວນຜະສົມວັດຖຸດິບ ແລະ ບັນຈຸພັນ ຈາກສະຖານທີ່ຕ່າງໆມາຜະລິດ ແລະ ບັນຈຸ ຢູ່ສາງໃນພື້ນທີ່ ຕໍາບົນຫ້ວຍຂວາງ ອໍາເພີກໍາແພງແສນ ຈັງຫວັດນະຄອນປະຖົມ ໂດຍມີຄົນງານກິນນອນຢູ່ບໍລິເວນສະຖານທີ່ຜະລິດດັ່ງກ່າວ ແລະ ຈະປ່ຽນສະຖານທີ່ໄປເລື້ອຍໆ ເພື່ອໃຫ້ຍາກຕໍ່ການກວດພົບຂອງຕໍາຫລວດ.
ນອກນັ້ນ ຕໍາຫລວດຍັງສືບຮູ້ອີກວ່າກຸ່ມຜູ້ກະທໍາຜິດຖືກຈ້າງໃຫ້ຜະລິດຢາດີໄອປອມ ໃຫ້ເຄືອຂ່າຍທີ່ຢູ່ຕໍາບົນ ດອນໄກ່ດີ ອໍາເພີກະທຸ່ມແບນ ຈັງຫວັດສະໝຸດສາຄອນ ອີກເທື່ອໜຶ່ງ ທີ່ກ່ອນໜ້ານັ້ນໄດ້ມີການກວດຄົ້ນໄປແລ້ວ ເມື່ອຕົ້ນເດືອນສິງຫາ 2024 ທີ່ຜ່ານມາ ແຕ່ຍັງກະທໍາຜິດຊໍ້າຊ້ອນ ໂດຍບໍ່ຄໍານຶງເຖິງຄວາມປອດໄພຂອງຜູ້ບໍລິໂພກ ຫວັງແຕ່ຜົນປະໂຫຍດທາງດ້ານທຸລະກິດ.

