ປກສ ແຂວງຄຳມ່ວນ ກັກຕົວຜູ້ກະທຳຜິດຄອບຄອງສັດປ່າປະເພດຫວງຫ້າມ

ຂ່າວ ປກສ ແຂວງຄຳມ່ວນລາຍງານວ່າ ວັນທີ 6 ມັງກອນ 2024 ຜ່ານມານີ້ ພະແນກຕຳຫຼວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ມອບຜູ້ຖືກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.
ຜູ້ຖືກຫາຊື່ ທ້າວ ໄມສະຫວັນ ແສງຄຳຢອງ ອາຍຸ 25 ປີ, ປະຊາຊົນຢູ່ບ້ານ ອຸດົມສຸກ ເມືອງນາກາຍ ແຂວງຄຳມ່ວນ ແລະ ຂອງກາງສັດປ່າຫວງຫ້າມ ປະເພດໂຕ ລີ່ນ ຈຳນວນ 03 ໂຕ,ນ້ຳໜັກລວມ 10 ກິໂລກຣາມ,ພ້ອມດ້ວຍລົດຈັກເວບຮ້ອຍສີ ແດງດຳບໍຕິດປ້າຍທະບຽນ ຈຳນວນ 01 ຄັນ, ຜູ່ກຽວແມ່ນໄດ້ກະທຳຜິດຕໍ່ກົດໝາຍທີ່ ມາດຕາ 334 ຂອງປະມວນກົດໝາຍອາຍາວ່າດ້ວຍການຄ້າຂາຍ ຫຼື ມີໄວ້ໃນຄອບຄອງສັດນ້ຳ ຫຼື ສັດປ່າທີ່ຫວງຫ້າມ. ດັ່ງນັ້ນ, ຈຶ່ງໄດ້ມອບໃຫ້ກອງກວດກາປ້າໄມ້ແຂວງ ຄຳມ່ວນ ເພື່ອໄປດຳເນີນການສືບສວນ – ສອບສວນ ແລະ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ທີ່ມາ: ຄວາມສະຫງົບ ແຂວງຄໍາມ່ວນ

