ໄຂ້ຫວັດໃຫຍ່ລະບາດຮຸນແຮງຢູ່ ສ.ເກົາຫລີ ລັດແນະນໍາກຸ່ມສ່ຽງໄປສັກວັກຊີນທັນທີ

ສ.ເກົາຫລີ ກໍາລັງປະສົບການລະບາດຂອງໄຂ້ຫວັດໃຫຍ່ຄັ້ງຮຸນແຮງທີ່ສຸດນັບແຕ່ປີ 2016 ແລະ ພົບຜູ້ຕິດເຊື້ອເພີ່ມຂຶ້ນຢ່າງວ່ອງໄວ ໂດຍສະເພາະໃນກຸ່ມໄວໜຸ່ມ.
ຕາມລາຍງານຂອງສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງ ສ.ເກົາຫລີ (KDCA) ອັດຕາຜູ້ຕິດເຊື້ອກຸ່ມອາການຄ້າຍໄຂ້ຫວັດໃຫຍ່ (ILI) ຕໍ່ຈໍານວນການເຂົ້າຮັບການປິ່ນປົວ 1,000 ຄົນ ຢູ່ຄລີນິກທີ່ໄດ້ຮັບການຕິດຕາມ 300 ແຫ່ງທົ່ວປະເທດ ເພີ່ມສູງເຖິງ 73.9 ນັບແຕ່ວັນທີ 22-28 ທັນວາ ເຊິ່ງເພີ່ມຂຶ້ນເຖິງ 136% ຈາກອັດຕາ 31.3 ໃນອາທິດກ່ອນໜ້າ.
ອັດຕາປັດຈຸບັນກໍາລັງເຂົ້າໃກ້ຈໍານວນສູງສຸດໃນປີ 2016 ຢູ່ທີ່ 86.2 ແລະ ສູງກວ່າປີ 2023 ຢູ່ທີ່ 61.3 ແລະ 60.7 ໃນປີ 2022 ແລະ ເມື່ອປຽບທຽບກັນແລ້ວ ໃນປີ 2020 ແລະ 2021 ທີ່ເກີດການລະບາດຂອງພະຍາດໂຄວິດ-19 ມີອັດຕາຜູ້ຕິດເຊື້ອພຽງ 3.3 ແລະ 4.8 ຕາມລໍາດັບ.
ເຖິງວ່າຈໍານວນຜູ້ຕິດເຊື້ອໄຂ້ຫວັດໃຫຍ່ຈະເພີ່ມຂຶ້ນໃນທຸກກຸ່ມອາຍຸ, ແຕ່ກຸ່ມໄວໜຸ່ມອາຍຸ 13-18 ປີ ໄດ້ຮັບຜົນກະທົບຫລາຍທີ່ສຸດ 151.3 ຕໍ່ 1,000 ຄົນ ເຊິ່ງສູງກວ່າເກນການລະບາດຂອງໄຂ້ຫວັດໃຫຍ່ຕາມລະດູການ ລະຫວ່າງປີ 2024-2025 ຢູ່ທີ່ 8.6 ຕໍ່ 1,000 ຄົນເຖິງ 17.6 ເທົ່າ.
ຮອງລົງມາແມ່ນກຸ່ມອາຍຸອື່ນໆໃນອັດຕາ 137.3 ສໍາລັບຜູ້ທີ່ມີອາຍຸ 7-12 ປີ, 93.6 ໃນຜູ້ທີ່ມີອາຍຸ 19-49 ປີ ແລະ 58.4 ໃນຜູ້ທີ່ມີອາຍຸ 1-6 ປີ.
KDCA ເນັ້ນວ່າ: ວັກຊີນປ້ອງກັນໄຂ້ຫວັດໃຫຍ່ໃນປັດຈຸບັນມີປະສິດທິຜົນສູງ ເນື່ອງຈາກຢາມີຄວາມໃກ້ຄຽງກັບເຊື້ອໄວຣັສທີ່ແຜ່ລະບາດ ແລະ ບໍ່ພົບການກາຍພັນທີ່ສົ່ງຜົນຕໍ່ການດື້ຢາຕ້ານໄວຣັສ.
ທັງນີ້, ກຸ່ມທີ່ມີຄວາມສ່ຽງສູງຄວນຮັບວັກຊີນປ້ອງກັນໄຂ້ຫວັດໃຫຍ່ທັນທີ. ຂະນະທີ່ຜູ້ມີສິດຮັບວັກຊີນຟຣີຕາມເກນຂອງ ສ.ເກົາຫລີ ໄດ້ແກ່ ເດັກອາຍຸ 6 ເດືອນ – 13 ປີ, ແມ່ຍິງຖືພາ ແລະ ບຸກຄົນທີ່ມີອາຍຸ 65 ປີຂຶ້ນໄປ ໂດຍສາມາດຮັບວັກຊີນໄດ້ຈົນຮອດວັນທີ 30 ເມສານີ້.
