ການພັດທະນາ ແລະ ບັນຫາສິ່ງແວດລ້ອມ ຍັງມີຫຼາຍບັນຫາທີ່ບໍ່ສອດຄ່ອງ ແລະ ຕ້ອງແກ້ໄຂ

ໂດຍ: ມຶກບໍ່ແຫ້ງ
ໃນຂະນະທີ່ປະເທດພວກເຮົາກຳລັງພະຍາຍາມຟື້ນຕົວຈາກເສດຖະກິດທີ່ຖົດຖອຍນັ້ນ ບັນຫາສິ່ງແວດລ້ອມເສື່ອມໂຊມກຳລັງຮ້າຍແຮງຂຶ້ນນັບມື້ ເຊິ່ງໃນບົດ ບົດລາຍງານ ຂຶ້ນດັດຊະນີທາງດ້ານສິ່ງແວດລ້ອມ ປີ 2024 ບໍ່ດົນຜ່ານມາໄດ້ມີການເຜີຍແຜ່ ໂດຍມີການສຶກສາ ທັງໝົດ 180 ປະເທດ ໂດຍນຳໃຊ້ 58 ຕົວຊີ້ວັດ ທີ່ກວມເອົາ ການຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ, ມົນລະພິດທາງອາກາດ, ການຄຸ້ມຄອງສິ່ງເສດເຫຼືອ, ຄວາມຍືນຍົງ ຂອງການປະມົງ ແລະກະສິກຳ, ການຫຼຸດລົງຂອງປ່າໄມ້ ແລະ ການປົກປັກຮັກສາຊີວະນາໆພັນ
ເຊິ່ງຕົວຊີ້ວັດດັ່ງກ່າວແມ່ນມີຄວາມສຳຄັນຍິ່ງ ເພາະເປັນອົງປະກອບຂອງການພັດທະນາທີ່ຍືນຍົງ, ຖ້າຫາກສຸມໃສ່ການພັດທະນາ ທາງດ້ານເສດຖະກິດ ແລະສັງຄົມ ຈົນລືມເອົາໃຈໃສ່ບັນຫາ ສິ່ງແວດລ້ອມແລ້ວ ກໍຫາກເປັນໄປໄດ້ຍາກທີ່ຈະມີຄວາມຍືນຍົງ.
ຜົນການສຶກສາດັ່ງກ່າວຊີ້ໃຫ້ເຫັນວ່າ ສປປ ລາວ ຢູ່ໃນລຳດັບ 178 ຂອງທັງໝົດ 180 ປະເທດ. ນີ້ ສະແດງໃຫ້ເຫັນວ່າ ຄະແນນ ຂອງທຸກຕົວຊີ້ວັດທີ່ກ່າວມາຂ້າງເທິງນັ້ນ ແມ່ນຕໍ່າຫຼາຍ ເຮັດໃຫ້ພວກເຮົາເກືອບຢູ່ລຳດັບສຸດທ້າຍ. ໃນຂະນະທີ່ ເອສໂຕນີ, ລຸກຊຳບວກ ແລະ ເຢຍລະມັນ ແມ່ນຢືນຢູ່ແຖວໜ້າໝູ່. ໃນພາກພື້ນ ອາຊຽນພວກເຮົາ ແມ່ນ ສິງກະໂປໄດ້ ຄະແນນດີກວ່າໝູ່ ໂດຍຢູ່ລຳດັບທີ 47 ໃນຂະນະທີ່ຫວຽດນາມ ແມ່ນຢູ່ ລຳດັບສຸດທ້າຍໝູ່.
ບັນຫາ ສິ່ງແວດລ້ອມທີ່ເຫັນໄດ້ຈະແຈ້ງ ແມ່ນການຫຼຸດລົງຂອງປ່າໄມ້, ການສູນເສຍທີ່ຢູ່ອາໄສຂອງ ສັດປ່າ ຊີວະນາໆພັນ ເນື່ອງຈາກການຂະຫຍາຍເນື້ອທີ່ການຜະລິດກະສິກຳທີ່ບໍ່ຍືນຍົງ ໂດຍ ທີ່ຍັງມີຄວາມຈຳກັດທາງດ້ານ ການວາງຂອບເຂດເນື້ອທີ່ທີ່ຊັດເຈນ, ການບຸກລຸກປ່າສະຫງວນ, ການລັກລອບຕັດໄມ້, ມົນພິດລະພິດ ທີ່ເກີດຈາກ ການຂຸດຄົ້ນບໍ່ແຮ່, ການນຳໃຊ້ ສານເຄມີກະສິກຳ ແລະອື່ນໆ. ນອກນັ້ນ ການກຳຈັດ ສິ່ງເສດເຫຼືອ ກໍແມ່ນ ຍັງເຮັດໄດ້ບໍ່ທັນດີ, ຫຼາຍຂົງເຂດ ຕາມຖະນົນຫົນທາງ ກໍມີແຕ່ຂີ້ເຫຍື້ອ ຖີ້ມຊະຊາຍ, ຫຼາຍແຂວງຍັງບໍມີ ສະໜາມຖີ້ມຂີ້ເຫຍື້ອ ທີ່ໄດ້ມາດຕະຖານ.
ເພາະສະນັ້ນ, ການເພີ່ມມາດຕະການ ໂດຍການຈັດຕັ້ງປະຕິບັດບັນດານິຕິກຳທີ່ມີຢູ່ແລ້ວໃຫ້ມີຜົນສັກສິດ ໂດຍສະເພາະກົດໝາຍສິ່ງແວ້ດລ້ອມ ແລະ ຂົງເຂດອື່ນໆນັ້ນ ແມ່ນປັດໄຈ ສຳຄັນໃນການ ຊຸກຍູ້ການ ປົກປັກຮັກສາສິ່ງແວດລ້ອມ ຂອງພວກເຮົາ. ພ້ອມນັ້ນ ຜູ້ຂຽນຄິດວ່າ ການກັ່ນຕອງ ເອົາແຕ່ການລົງທຶນທີ່ມີຄຸນນະພາບ ທີ່ມີຄວາມຮັບຜິດຊອງ ສິ່ງແວດລ້ອມ ແລະສັງຄົມນັ້ນ ຄວນເປັນບັນຫາບູລິມະສິດຂອງຂະແໜງການລົງທຶນ ເພາະວ່າ ການລົງທຶນທີ່ເຫັນແຕ່ຜົນປະໂຫຍດທາງດ້ານເສດຖະກິດ ໂດຍປ່ອຍປະລະເລີຍ ບັນຫາສັງຄົມ ແລະສິ່ງແວດລ້ອມນັ້ນ ຍ່ອມບໍ່ສາມາດເຮັດໃຫ້ ສະພາບການເປັນຢູ່ຂອງປະຊາຊົນດີຂຶ້ນໄດ້.
ພ້ອມນັ້ນ, ການຫັນການຜະລິດທີ່ເປັນມິດກັບສິ່ງແວ້ດລ້ອມ ໂດຍສະເພາະ ຂະແໜງກະສິກຳ ແມ່ນອາດຈະເປັນທາງອອກທີ່ດີແກ່ພວກເຮົາ ໂດຍ ສປປລາວ ອາດມີສິ່ງທ້າທາຍ ໃນການແຂ່ງຂັນທາງດ້ານປະລິມານ ກັບບັນດາປະເທດ ອ້ອມຂ້າງລື້ ປະເທດອື່ນໃນໂລກ ແຕ່ ພວກເຮົາຄວນເນັ້ນໃສ່ ຜະລິດຕະພັນທາງດ້ານກະສິກຳ ທີ່ມີປະລິມານໜ້ອຍ ມີລາຄາສູງ ແລະການຜະລິດທີ່ມີຄຸນນະພາບ ເປັນມິດກັບສິ່ງແວລ້ອມ ຫຼຸດຜ່ອນການນຳໃຊ້ສານເຄມີ.
ພວກເຮົາມີແນວທາງ ທີ່ສະແດງອອກໃນບັນດາຍຸດທະສາດ ແລະການຈັດຕັ້ງປະຕິບັດງານຂອງແໜງການຕ່າງໆນັ້ນ ດີແລ້ວ ເຫຼືອແຕ່ການຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ ເຊິ່ງຕ້ອງມີບັນດາອົງປະກອບຕ່າງໆ ທີ່ເຖິງເວລາແລ້ວທີ່ຈະເອົາໃຈໃສ່ຢ່າງຈິງຈັງ.

