5 ວັນອັນຕະລາຍ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ມີອຸປະຕິເຫດ 170 ຄັ້ງ ເສຍຊີວິດ 17 ຄົນ

ພັອ ຄໍາເຫລັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫລວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລາຍງານ ວັນທີ 3 ມັງກອນ 2025 ນີ້ວ່າ: ໃນໄລຍະການສະເຫລີມສະຫລອງ ສົ່ງທ້າຍປີເກົ່າ-ຕ້ອນຮັບປີ ໃໝ່ສາກົນ 2025 ໄລຍະ 5 ວັນອັນຕະລາຍ (ວັນທີ 29 ທັນວາ 2024 ຫາ 2 ມັງກອນ 2025) ທົ່ວປະເທດ ມີອຸປະຕິເຫດເກີດຂຶ້ນ 170 ຄັ້ງ ເພີ່ມຂຶ້ນຈາກປີຜ່ານມາ 22 ຄັ້ງ, ພາຫະນະເປ່ເພ 314 ຄັນ, ມີຄົນໄດ້ຮັບບາດເຈັບ 279 ຄົນ ເພີ່ມຂຶ້ນ 52 ຄົນ, ມີຜູ້ເສຍຊີວິດ 17 ຄົນ ຫລຸດລົງ 4 ຄົນ.
ແຂວງທີ່ມີເກີດອຸປະຕິເຫດຫລາຍແມ່ນ ແຂວງຈໍາປາສັກ 23 ຄັ້ງ, ນະຄອນຫລວງວຽງຈັນ 20 ຄັ້ງ, ແຂວງວຽງຈັນ 19 ຄັ້ງ, ບໍລິຄໍາໄຊ 14 ຄັ້ງ ແລະ ຫລວງພະບາງ 11 ຄັ້ງ.
ແຂວງທີ່ມີຜູ້ເສຍຊີວິດຫລາຍແມ່ນ ແຂວງສະຫວັນນະເຂດ ແລະ ແຂວງ ບໍ່ແກ້ວ ແຂວງລະ 4 ຄົນ, ແຂວງວຽງຈັນ 3 ຄົນ, ຈໍາປາສັກ ແລະ ໄຊຍະບູລີ ແຂວງລະ 2 ຄົນ. ສ່ວນນະຄອນຫລວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ.
ທີ່ມາ: ຄວາມສະຫງົບ

