ກະຊວງປ້ອງກັນປະເທດ ໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງ “ກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ”

ໃນວັນທີ 30 ທັນວາ 2024 ນີ້, ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຈັດຕັ້ງພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ (22 ທັນວາ 1944-22 ທັນວາ 2024) ໂດຍມີ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕີມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາການນໍາກະຊວງປ້ອງກັນປະເທດ, 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ວິທະຍາຄານ, ແຂກຖືກເຊີນ ແລະ ຜູ້ຕາງໜ້າຈາກເຫຼົ່າຮົບ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.

ສະຫາຍ ຫງວຽນ ມິງ ເຕິມ ໄດ້ກ່າວປາໄສກ່ຽວກັບຄວາມເປັນມາ ຂອງກອງທັບປະຊາຊົນຫວຽດນາມ ເຊິ່ງໃຫ້ຮູ້ວ່າ: ຫ່າງຈາກນີ້ 80 ປີ ຄືວັນທີ 22 ທັນວາ 1944 ກອງທັບປະຊາຊົນຫວຽດນາມໄດ້ສ້າງຕັ້ງຂຶ້ນ ເຊິ່ງກາຍເປັນເຫດການປະຫວັດສາດອັນຍິ່ງໃຫຍ່ ຂອງການປະຕິວັດຫວຽດນາມ ເພາະວ່າເປັນຄັ້ງທຳອິດໃນປະຫວັດສາດ, ຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນຫວຽດນາມໄດ້ມີກອງທັບແບບໃໝ່ ໂດຍພັກກອມມູນິດຫວຽດນາມ ແລະ ປະທານ ໂຮ່ຈີມິນ ຈັດຕັ້ງ, ສຶກສາ, ຫຼໍ່ຫຼອມ, ກອງທັບ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ສູ້ຮົບເພື່ອເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ເພື່ອເສລີພາບ, ຄວາມຜາສຸກ ຂອງປະຊາຊົນ.

ໃນກອງປະຊຸມສູນກາງ ຄັ້ງທີ 6 (ເດືອນພະຈິກ 1939) ແລະ ຄັ້ງທີ 7 (ເດືອນພະຈິກ 1940) ພິເສດແມ່ນໃນກອງປະຊຸມສູນກາງ ຄັ້ງທີ 8 (ເດືອນພຶດສະພາ 1941) ພັກກອມມູນິດອິນດູຈີນໄດ້ຕັດສິນຫັນທິດການປະຕິວັດ, ວາງໜ້າທີ່ປົດປ່ອຍຊາດເປັນອັນດັບແຖວໜ້າ, ຊຸກຍູ້ການສ້າງຫຼັກທີ່ໝັ້ນ, ກະກຽມການລູກຂຶ້ນຕໍ່ສູ້ດ້ວຍອາວຸດເພື່ອຍາດອຳນາດການປົກຄອງ.

ສະນັ້ນ, ບົນພື້ນຖານບັນດາກອງປະກອບອາວຸດການປະຕິວັດຢູ່ຫວຽດບັກ, ມາເຖິງວັນທີ 22 ທັນວາ 1944 ຢູ່ເມືອງງວຽນບິ່ງ ແຂວງກາວບັງ, ພາຍໃຕ້ການບັນຊາ ຂອງສະຫາຍ ຫວໍ້ ຫງວຽນ ຢ໋າບ ກອງທະຫານຫວຽດນາມໂຄສະນາປົດປ່ອຍກອງທັບໄດ້ສ້າງຕັ້ງຂຶ້ນ ເຊິ່ງແມ່ນກອງທັບປະຊາຊົນຫວຽດນາມໃນເມື່ອກ່ອນ.

ຂະນະນັ້ນ, ກອງທະຫານຫວຽດນາມໂຄສະນາປົດປ່ອຍກອງທັບ ມີພະນັກງານ- ນັກຮົບພຽງແຕ່ 34 ຄົນ, ຈາກກອງທະຫານປະກອບອາວຸດທີ່ປະຖົມປະຖານຜ່ານໄລຍະການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນແບບເກົ່າ, ກອງທັບປະຊາຊົນຫວຽດນາມໄດ້ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ທັງຕີ, ທັງກໍ່ສ້າງກໍາລັງທາງການທະຫານ, ຈາກບັ້ນຕີນ້ອຍຫາບັ້ນຕີໃຫຍ່, ຈາກການຕີແບບກອງຫຼອນຫາການຕີແບບຫຼວງ.

ຜ່ານ 9 ປີ ແຫ່ງການຕໍ່ສູ້ເຕັມໄປດ້ວຍຄວາມລຳບາກຫຍຸ້ງຍາກ ໄດ້ຕີຖອຍບັນດາຍຸດທະສາດການທະຫານຂອງສັດຕູ ດ້ວຍໄຊຊະນະ ຂອງການບຸກໂຈມຕີບັນດາຍຸດທະສາດການທະຫານຂອງສັດຕູ, ດ້ວຍໄຊຊະນະ ຂອງການບຸກໂຈມຕີຍຸດທະສາດລະດູໜາວ-ລະດູບານໃໝ່ 1953-1954 ເຊິ່ງໄຊຊະນະອັນໃຫຍ່ຫຼວງກອງທັບ ແລະ ປະຊາຊົນຫວຽດນາມໃນບັນຮົບດຽນບຽນຝູ ບັງຄັບລັດຖະບານຝຣັ່ງຕ້ອງລົງນາມສົນທິສັນຍາເຊີແນວ, ສ້າງຄວາມສັນຕິພາບຄືນຢູ່ອິນດູຈີນ, ຖອນໂຕກັບຄືນປະເທດ, ປົດປ່ອຍພາກເໜືອຢ່າງສົມບູນ, ສິ້ນສຸດໄຊຊະນະການຕໍ່ສູ້ຕ້ານກັບລ່າເມືອງຂຶ້ນຝຣັ່ງຮຸກຮານ, ຍົກຂຶ້ນເປັນແບບຢ່າງໃຫ້ແກ່ຂະບວນການປົດປ່ອຍຊາດໃນໂລກ. ເປັນຄັ້ງທຳອິດໃນໂລກ, ຢູ່ປະເທດລ່າເມືອງຂຶ້ນໜຶ່ງ, ມີກອງທະຫານອ່ອນນ້ອຍ, ອຸປະກອນປະຖົມປະຖານ ສາມາດຕີໄຊຊະນະກອງທະຫານເປັນມືອາຊີບ ຂອງລ່າເມືອງຂຶ້ນຝຣັ່ງ.

ຜ່ານພຶດຕິກຳຕົວຈິງການສູ້ຮົບ, ຍຸດທະສາດ, ຍຸດໂທບາຍ, ສິລະປະການຕໍ່ສູ້ ຂອງກອງທັບປະຊາຊົນຫວຽດນາມນັບມື້ນັບມີການພັດທະນາ, ເຮັດແພ້ບັນດາຍຸດທະສາດ, ສົງຄາມຄື: “ສົງຄາມອີງໃສ່ເຮລີກັອບເຕີ”, “ສົງຄາມອີງໃສ່ທະຫຫານຮາບກັບຫຸ້ມເຫຼັກ” ຂອງອາເມຣິກາ, ຂອງພວກທະາຫານຫຸ່ນ. ດ້ວຍເປົ້າໝາຍ “ຕີໃຫ້ອາເມຣິກາຕ້ອງໜີ, ພວກຫຸ່ນຕ້ອງໂດດອອກ”, ກອງທັບປະຊາຊົນຫວຽດນາມໄດ້ທັບມ້າງລຽນຕິດ 3 ຍຸດທະສາດສັງຄາມ ຂອງອາເມຣິກາ, ເຖິງແມ່ນວ່າອາເມຣິກາໄດ້ລະດົມກອງກຳລັງທະຫານຂອງຕົນກວ່າເຄິ່ງໜຶ່ງໃຫ້ແກ່ສະໜາມຮົບຫວຽດນາມ. ດ້ວຍທາດແທ້ດື້ດ້ານ ແລະ ກະຫາຍສົງຄາມ ຂອງຈັກກະພັດອາເມຣິກາບໍ່ຍອມປະລາໄຊ, ແຕ່ປີ 1969 ພວກເຂົາຫັນມາປະຕິບັດ “ທິດສະດີນິກເຊີນ” ແລະ ຍຸດທະສາດ “ຫັນຫວຽດນາມເປັນສົງຄາມ”.

ໃນຊຸມປີ 1969-1972, ຈັກກະພັດອາເມຣິກາໄດ້ນຳໃຊ້ກຳລັງແຮງການທະຫານຢ່າງສຸດຂີດ ປະສານສົມທົບກັບບັນດາຄວາມເລ່ລ່ຽມດ້ານການເມືອງ ແລະ ການທູດ ແບບເລ່ລ່ຽມ, ດ້ວຍເຈດຕະນາຂວ້ຳບາດ ແລະ ບີບຮັດການຕໍ່ສູ້ ຂອງປະຊາຊົນຫວຽດນາມ.

ຕໍ່ສະພາບການດັ່ງກ່າວ, ກອງທັບ ແລະ ປະຊາຊົນຫວຽດນາມໄດ້ປະສານສົມທົບກັບການຕໍ່ສູ້ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍອ້າຍນ້ອງ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ພົ້ນເດັ່ນແມ່ນບັ້ນຮົບເສັ້ນທາງເລກທີ 9 ພາກໃຕ້ຂອງລາວ, ບັ້ນຮົບຕາເວັນອອກສ່ຽງເໜືອກຳປູເຈຍ ພ້ອມທັງເປີດບັ້ນບຸກໂຈມຕີຍຸດທະສາດໃນທົ່ວສະໜາມຮົບພາກໃຕ້ດ້ວຍບັນດາບັ້ນຮົບບຸກໂຈມຕີຮ່ວມກຳລັງທະຫານຢູ່ກວາງຈິ-ເທື່ອທຽນເຫວ້, ເຂດໄຕງວຽນສ່ຽງເໜືອ, ເຂດພາກຕາເວັນອອກສ່ຽງໃຕ້, ບັນດາບັ້ນຮົບບຸກໂຈມຕີສັງລວມຢູ່ທົ່ງພຽງແມ່ນ້ຳຂອງ, ພາກກາງ.

ຈາກບັນດາໄຊຊະນະດັ່ງກ່າວ, ກອງທັບປະຊາຊົນຫວຽດນາມໄດ້ດຳເນີນ “ບັ້ນຮົບໂຮ່ຈີມິນ” ໂດຍໄດ້ປິດລ້ອມນະຄອນ ໄຊງ່ອນ ພາຍຫຼັງການສູ້ຮົບຢ່າງດຸເດືອດຫຼາຍແຫ່ງໄດ້ຍຶດເອົາວົງການນອກໄດ້ສຳເລັດຜົນ, ຍ້ອນຄວາມຮຽກຮ້ອງຕ້ອງການ ຂອງສະຖານະການ ການເມືອງ ແລະ ການທະຫານຢູ່ແຫຼມອິນດູຈີນ ພິເສດແມ່ນສົງຄາມຊາຍແດນຕາເວັນຕົກສ່ຽງໃຕ້ ແລະ ສົງຄາມປົກປັກຮັກສາຊາຍແດນພາກເໜືອ, ກຳລັງປະກອບອາວຸດຫວຽດນາມ, ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງເປັນຫຼາຍແມ່ທັບຫຼວງ, 8 ເຂດການທະຫານ ແລະ ກອງບັນຊາການທະຫານອາສາສະໝັກ 2 ແຫ່ງ ຢູ່ ລາວ ແລະ ກຳປູເຈຍ.

ກອງທັບປະຊາຊົນຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ຕໍ່ຕ້ານສັດຕູຜູ້ດຽວ,ເພື່ອເອກະລາດ, ອິດສະຫຼະພາບ ຂອງແຕ່ລະປະເທດ ກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ປະເຊີນໜ້າກັບການປ່ຽນແປງຢ່າງສັບສົນ ຂອງສະພາບການພາຍໃນ ແລະ ສາກົນ, ເສີມຂະຫຍາຍມູນເຊື້ອຄວາມຈົງຮັກພັກດີຢ່າງເດັດຂາດກັບພາລະກິດປະຕິວັດ ຂອງພັກ ແລະ ປະເທດຊາດ, ກອງທັບປະຊາຊົນຫວຽດນາມ ຍາມໃດກໍປະສົບຜົນສຳເລັດໃນທຸກໜ້າທີ່ ທີ່ພັກ ແລະ ລັດ ມອບໝາຍ, ກໍ່ສ້າງກອງທັບຢ່າງເຂັ້ມແຂງໃນດ້ານການເມືອງ, ເປັນລະບົບປົກກະຕິ, ຍອດຢ້ຽມ ແລະ ທັນສະໄໝເທື່ອລະກ້າວຢ່າງບໍ່ຢຸດຢັ້ງ; ເຝິກຝົນຫຼໍ່ຫຼອມລະບຽບ, ຄວາມສາມາດກຽມພ້ອມສູ້ຮົບ, ບໍ່ໃຫ້ຖືກເປັນທ່າຮັບ ຫຼື ຕົກຕະລຶງຕໍ່ທຸກສະຖານະການໃນຂະບວນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ; ປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະ ໃນໂລກ, ສົມກັບຊື່ວ່າ: “ວີລະຊົນກອງທັບປະຊາຊົນຫວຽດນາມ”.

ປະຕິບັດແນວທາງຂອງພັກ, ກອງທັບປະຊາຊົນຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມໃນການກໍ່ສ້າງພື້ນຖານເສດຖະກິດ, ປັບປຸງ ແລະ ເພີ່ມທະວີການປ້ອງກັນປະເທດ, ຍົກສູງຄວາມພ້ອມໃນການສູ້ຮົບ, ປະກອບສ່ວນຮ່ວມກັບທົ່ວປວງຊົນຮັກສາປະເທດຊາດຢ່າງໝັ້ນຄົງ.

ບັນດາວິສາຫະກິດ ຂອງກຳລັງປ້ອງກັນປະເທດ ທັງຮັບປະກັນວຽກງານປ້ອງກັນປະເທດ, ທັງເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມ. ກອງທັບປະຊາຊົນປະຕິບັດຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນບັນດາການເຄື່ອນໄຫວຕອບແທນບຸນຄຸນ, ແກ້ໄຂຜົນຮ້າຍຫຼັງສົງຄາມ, ປ້ອງກັນ, ຕ້ານພະຍຸ, ໄພນ້ຳຖ້ວມ, ໄພທຳມະຊາດ ແລະ ກູ້ໄພ.

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ມີຄໍາເຫັນວ່າ: ການຈັດຕັ້ງພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຫວຽດນາມ ຄົບຮອບ 80 ປີ ຢູ່ທີ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນຄັ້ງນີ້ ໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມອົບອຸ່ນແບບພິເສດ ຖານສະຫາຍອ້າຍນ້ອງ ຈາກພັກ-ລັດຖະບານ, ກອງທັບ ແລະ ປະຊາຊົນຫວຽດນາມ ມາສູ່ພັກ-ລັດຖະບານ, ກອງທັບ ແລະ ປະຊາຊົນລາວ ທັງເປັນການເພີ່ມທະວີເສີມສ້າງສາຍພົວພັນມິດຕະພາບ, ຮັດແໜ້ນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.