5 ອັນດັບເສື້ອແມນເຊັດສເຕີ ຢູໄນເຕັດ ງາມທີ່ສຸດຕະຫລອດການ

5 ຊຸດແຂ່ງຂັນຂອງທີມ ແມນເຊັດສເຕີ ຢູໄນເຕັດ ທີ່ງາມຕະຫລອດການ ກ່ອນອາດຈະໄດ້ເຫັນເສື້ອທີມຢາມເປັນສີບົວຄັ້ງທຳອິດໃນລະດູການໜ້າ.
ແມນເຊັດສເຕີ ຢູໄນເຕັດ ຕົກເປັນຂ່າວວ່າ: ຈະໃຊ້ຊຸດແຂ່ງທີມຢາມໃນລະດູການ 2018/19 ເປັນສີບົວຄັ້ງທຳອິດໃນປະຫວັດສາດ ເຮັດໃຫ້ແຟນບານພາກັນສົງໄສວ່າ: ອາດິດາສ ຈະອອກແບບມາໃນລວດລາຍໃດ.
ແມນເຊັດສເຕີ ຢູໄນເຕັດ ມີເສື້ອທີ່ງາມອອກມາຫລາຍແບບ ແລະ ນີ້ຄື 5 ຊຸດແຂ່ງຂັນທີ່ໄດ້ຮັບການຍົກຍ້ອງວ່າງາມ ແລະ ມີເອກະລັກສະເພາະຕະຫລອດມາ
- ຊຸດເຈົ້າຖິ່ນຍຸກ 60.
ແມນເຊັດສເຕີ ຢູໄນເຕັດ ໃຊ້ສີແດງໝົດຜືນ ນັບແຕ່ປີ 1935 ແຕ່ທີ່ໄດ້ຮັບຄວາມນິຍົມທີ່ສຸດຄືເສື້ອທີ່ ຈອຣ໌ ເບສ ແລະ ເຊີຣ໌ ບ໊ອບບີ້ ຊາຣ໌ຕັນ ໃສ່ໃນຍຸກ 60 ທີ່ທີມໄດ້ແຊ້ມລີກ 2 ສະໄໝ ແລະ ຢູໂຣປ້ຽນ ຄລັບ 1968.
- ຊຸດເຈົ້າຖິ່ນ 1992-94.
ຊຸດເຈົ້າຖິ່ນສີແດງທີ່ ແມນເຊັດສເຕີ ຢູໄນເຕັດ ໃສ່ຄວ້າແຊ້ມ ພຣີເມຍລີກ ຄັ້ງທຳອິດ ໂດຍມີການອອກແບບໂດດເດັ່ນທີ່ມີເຊືອກຮ້ອຍຄໍ ແລະ ເປັນຈຸດເລີ່ມຕົ້ນຍຸກຄວາມຍິ່ງໃຫຍ່ຂອງທີມ ພາຍໃຕ້ການຄຸມທີມຂອງ ເຊີຣ໌ ອາເລັກ ເຟີຣ໌ກູສັນ.
- ຊຸດຢາມ 1993-95.
ແມນເຊັດສເຕີ ຢູໄນເຕັດ ບໍ່ຄ່ອຍມີຊຸດດຳລ້ວນໃນປະຫວັດສາດຂອງສະໂມສອນ ແຕ່ໃນໄລຍະກາງຍຸກ 90 ພວກເຂົາໄດ້ໃຊ້ສີດຳລ້ວນ ເຊິ່ງເຂົ້າກັບບັນດານັກເຕະຄື ຣອຍ ຄີນ, ມາຣ໌ກ ຮິວຈ໌ ແລະ ເອຣິກ ຄັນໂຕນາ.
- ເສື້ອຜູ້ຮັກສາປະຕູ 1994-96.
ແຟນບານຍຸກກາງທົດສະວັດ 1990 ຍັງຈື່ກັນໄດ້ເຖິງຊຸດສີຂຽວ-ຟ້າຂອງ ປີເຕີຣ໌ ຊາໄມເຄິລ ຜູ້ຮັກສາປະຕູຊາວດານມາກ ທີ່ຊ່ວຍທີມໄວ້ໄດ້ຫລາຍ.
- ຊຸດຄວ້າແຊ້ມ ຢູຟາ ແຊ້ມປ້ຽນ ລີກ 1998-99.
ຊຸດນີ້ໃຊ້ເສື້ອສີແດງທັງໝົດ ແລະ ມີຄໍສີຂາວເຊັ່ນດຽວກັບໂສ້ງ ໂດຍເບິ່ງແລ້ວໃກ້ຄຽງກັບທີມເຄີຍໃຊ້ໃນຍຸກ 90.
ແມນເຊັດສເຕີ ຢູໄນເຕັດ ເອົາຊະນະ ບາເຢິນ ມິວນິກ ໃນການແຂ່ງຂັນ ຢູຟາ ແຊ້ມປ້ຽນ ລີກ ຮອງຊີງຊະນະເລີດປີ 1999 ໄດ້ຢ່າງປະຕິຫານ, ຫລັງ 90 ນາທີ ຕາມ ບາເຢິນ ມິວນິກ 0-1 ແຕ່ແລ້ວໃນໄລຍະທົດເວລາບາດເຈັບ ເກີດເລື່ອງບໍ່ໜ້າເຊື່ອ ເມື່ອ ເທັດດີ້ ເຊີຣິງແຮມ ແລະ ໂອເລ ກຸນນາຣ໌ ໂຊລຊາ ມາຍິງໃຫ້ ຢູໄນເຕັດ ແຊງຊະນະ 2-1 ພ້ອມເຮັດໃຫ້ຊຸດແຂ່ງຂັນປີນັ້ນໄດ້ຮັບຄວາມນິຍົມຢ່າງຫລວງຫລາຍ.

