ນະຄອນຫລວງເຂັ້ມງວດຕິດຕາມກວດກາ,ສະກັດກັ້ນການກັກຕຸນຂຶ້ນລາຄາສິນຄ້າຕາມລຳພັງ

ວັນທີ 29 ທັນວາ 2025, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ນຳໂດຍ ທ່ານ ນາງ ໄຊນາລອນ ຈຸນດາຣາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ຕິດຕາມກວດກາລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ ຢູ່ຕະຫລາດໂນນຄໍ້ ເມືອງໄຊເສດຖາ ເພື່ອການປ້ອງກັນ ແລະ ຄຸ້ມຄອງລາຄາສິນຄ້າ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າ ໃນໄລຍະສະເຫລີມສະຫລອງ ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ 2025) ຈົນຮອດບຸນປີໃໝ່ຊາວຈີນ ແລະ ຫວຽດນາມ ເນື່ອງຈາກມີບຸນ ແລະ ງານລ້ຽງຕ່າງໆ.

ຜ່ານການລົງກວດກາສະພາບຕົວຈິງ ເຫັນໄດ້ວ່າ ລາຄາສິນຄ້າມີໄດ້ມີການຫລຸດລົງ ແລະ ຢູ່ໃນສະພາວະຄົງທີ່ ຕາມການກໍານົດຂອງອຸດສາຫະກໍາ ແລະ ການຄ້າ ໄດ້ກໍານົດໄວ້ ໂດຍສະເພາະໄກ່, ໄຂ່, ພືດພັກເຂົ້າ, ປາ ແລະ ສິນຄ້າອື່ນໆ ທີ່ຢູ່ໃນບັນຊີການຄຸ້ມຄອງຂອງພາກສ່ວນທີ່ກ່ຽວຂ້ອງ.

ຖ້າມີການພົບເຫັນການຂຶ້ນລາຄາສິນຄ້າ ຫຼື ຕິດລາຄາເກີນກຳນົດ ແລະ ກັກຕຸນສິນຄ້າເພື່ອເກັງກຳໄລ ແມ່ນ ສາມາດໂທແຈ້ງເຂົ້າເບີ 030 5052 603-030 5026 826 ເພື່ອເປັນການໃຫ້ຂໍ້ມູນ.