ວິທີດາວໂຫຼດວິດີໂອ Facebook ໃນ iPhone ມາເກັບໄວ້ໃນເຄື່ອງ

ແນະນໍາວິທີດາວໂຫຼດວິດີໂອ Facebook ໃນ iPhone ແລະ iPad ດ້ວຍແອັບ Documents 6 ມາເກັບໄວ້ໃນເຄື່ອງ
ສໍາລັບຄົນທີ່ຫາວິທີດາວໂຫຼດວິດີໂອຢູ່ Facebook ດັ່ງນັ້ນ ພວກເຮົາມີອີກໜຶ່ງທາງເລືອກມາແນະນໍາໃຫ້ກັບຜູ້ໃຊ້ Facebook ໃນ iPhone ແລະ iPad ທີ່ຕ້ອງການດາວໂຫຼດວິດີໂອ Facebook ຕ່າງໆ ມາເກັບໄວ້ໃນເຄື່ອງ ຈາກເວັບໄຊ iDrop News ດ້ວຍວິທີດາວໂຫຼດວິດີໂອ Facebook ດ້ວຍແອັບ Documents 6 ພ້ອມພາບປະກອບ ສ່ວນຂັ້ນຕອນດາວໂຫຼດວິດີໂອ Facebook ນີ້ມີດັ່ງນີ້:
- ດາວໂຫຼດ ແລະ ຕິດຕັ້ງແອັບ Documents 6 ລົງໃນ iPhone ແລະ iPad ຕັ້ງແຕ່ iOS 9 ຂຶ້ນໄປ
- ເຂົ້າໄປທີ່ວິດີໂອ Facebook ຕ້ອງການດາວໂຫຼດມາເກັບໄວ້ໃນເຄື່ອງ ແລະ Copy URL ດ້ວຍການເລືອກ Share ແລະ Copy Link ຕາມພາບປະກອບ
- ເປີດແອັບ Documents 6 ແລະ ເລືອກໄອຄອນເມນູທາງດ້ານຂວາລຸ່ມ
- ເປີດເວັບໄຊ net ແລະ ນໍາ URL ວິດີໂອ Facebook ທີ່ເຮົາ Copy Link ໃນຂັ້ນທີ 2 ມາໄວ້ໃນຊ່ອງ Download ແລະ ແຕະທີ່ Search ທີ່ແປ້ນພິມ ຕາມພາບປະກອບ
- ຈາກນັ້ນປຸ່ມ Download This Video ຈະເດັ້ງຂຶ້ນມາ ໃຫ້ແຕະທີ່ປຸ່ມດັ່ງກ່າວ ແລະ ກົດ Save ເພື່ອເຮັດການດາວໂຫຼດວິດີໂອ Facebook ທັນທີ
- ພຽງເທົ່ານີ້ກໍສາມາດດາວໂຫຼດວິດີໂອ Facebook ໃນ iPhone ແລະ iPad ມາເກັບໄວ້ເບິ່ງໃນເຄື່ອງໄດ້ແລ້ວ ໂດຍວິດີໂອ Facebook ທີ່ເຮົາໄດ້ດາວໂຫຼດຈະຖືກເກັບໄວ້ໃນໂຟນເດີຣ໌ Download ໃນແອັບ Documents

