ບໍລິຄຳໄຊກຽມເປີດປີທ່ອງທ່ຽວລາວພ້ອມກັບບຸນພະບາດໂພນສັນ

ແຂວງບໍລິຄຳໄຊ ກຽມພ້ອມ ເປີດປີທ່ອງທ່ຽວລາວ 2018 ພ້ອມກັບໆບຸນນະມັດສະການພະທາດພະບາດໂພນສັນ ຂຶ້ນໃນວັນ ທີ 28 ທັນວານີ້, ໂດຍຈະມີຫລາຍ ກິດຈະກຳທີ່ໜ້າສົນໃຈ ເຊັ່ນ: ງານ ຕະຫລາດນັດ-ວາງສະແດງ ສິນຄ້າ, ຜະລິດຕະພັນການທ່ອງ ທ່ຽວ, ໄຫ້ວຮອຍພະບາດ, ຊົມ ການສະແດງສີລະປະວັນນະ ຄະດີ ແລະ ກິດຈະກຳອື່ນໆອີກ ຫລາຍຢ່າງ.

 

+ ເມືອງຈັນທະບູລີກຽມພ້ອມຮັກສາຄວາມສະຫງົບຮອບດ້ານໃນປີທ່ອງທ່ຽວລາວ 2018

+ ແຂວງບໍລິຄຳໄຊກຽມຈັດຫລາຍກິດຈະກຳເພື່ອຮອງຮັບປີທ່ອງທ່ຽວລາວ 2018

ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ນອກກິດຈະກຳທີ່ກ່າວມາຂ້າງ ເທິງແລ້ວ ແຂວງບໍລິຄຳໄຊ ຍັງ ຈະໄດ້ຈັດກິດຈະກໍາຍາງເພື່ອ ສຸຂະພາບ ແຂວງ, ຈັດຄາລາ ວານຂີ່ລົດຖີບ ຈາກເມືອງ ປາກ ຊັນ ຫາ ຫາດຊາຍຂາວ ແລະ ຊົມການແຂ່ງຂັນເຮື່ອຊວງເປິດໜ້ານໍ້າທີ່ຫາດຊາຍຂາວ, ເປີດ ຟາມພູຕາເວັນທ່ອງທ່ຽວການ ກະເສດ ແລະ ຄາລາວານລົດ “ສູ່ດີນແດນປະຫວັດສາດ ບ້ານ ເກີດເມືອງນອນທ່ານ ສີສົມພອນ ລໍວັນໄຊ”, ພ້ອມກັນນີ້ ຍັງຈະມີ ກິດຈະກຳຕ່າງໆ ທີ່ຕິດພັນກັບ ງານວັດທະນະທຳ, ງານປະເພນີ ຂອງແຂວງ ເປັນຕົ້ນແມ່ນບຸນ ກິນຈຽງຂອງເຜົ່າມົ້ງ, ບຸນປີໃໝ່ ຂອງເຜົ່າກຶມມຸ, ບຸນຊ່ວງເຮືອປະ ເພນີປະຈຳປີ ແລະ ອື່ນໆ.

 

ຂ່າວໃຫ້ຮູ້ອີກວ່າ: ປັດຈຸບັນ ທົ່ວແຂວງບໍລິຄຳໄຊ ມີແຫລງ ທ່ອງທ່ຽວທັງໝົດ 104 ແຫ່ງ ໃນນັ້ນ ແຫລ່ງທ່ອງທ່ຽວທາງ ປະຫວັດສາດ 3 ແຫ່ງ, ວັດທະ ນະທໍາ 12 ແຫ່ງ ແລະ ທໍາມະ ຊາດ 89 ແຫ່ງ, ມີໂຮງແຮມ- ເຮືອນພັກ 130 ແຫ່ງ, 2.328 ຫ້ອງນອນ, ຮ້ານອາຫານ 154 ແຫ່ງ, ຮ້ານບັນເທີ່ງ 8 ແຫ່ງ ແລະ ມີບໍລິສັດທ່ອງທ່ຽວ 4 ບໍລິສັດ ເຊິ່ງໄດ້ຜ່ານການຝຶກອົບຮົມ, ປັບປຸງການບໍລິການ ໃຫ້ຄວາມ ພ້ອມໃນການຮັບຮອງແຂກ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເປັນຢ່າງດີ.