ທ່ານ ສອນໄຊ ສີພັນດອນ ນາຍົກລັຖະມົນຕີ ສະແດງຄວາມເຫັນໃຈນາຍົກໄທ ຕໍ່ເຫດການນໍ້າຖ້ວມພາກໃຕ້ຂອງໄທ

ວັນທີ 25 ທັນວາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈ ເຖິງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່ເຫດການນໍ້າຖ້ວມ ແລະ ດິນເຊາະເຈື່ອນ ຢູ່ ທາງພາກໃຕ້ຂອງ ຣາຊະອານາ ຈັກໄທ.
ເນື້ອໃນໂທລະເລກ ໄດ້ລະບຸວ່າ:
ຂ້າພະເຈົ້າ ໄດ້ຮັບຂ່າວສະພາບນໍ້າຖ້ວມ ແລະ ດິນເຊາະເຈື່ອນ ຢູ່ທາງພາກໃຕ້ຂອງ ຣາຊະອານາ ຈັກໄທ ເຫດເນື່ອງມາຈາກລົມມໍລະສຸມພັດປົກຄຸມອ່າວໄທ ແລະ ພາກໃຕ້ ເຮັດໃຫ້ມີຝົນຕົກໜັກເປັນບໍລິເວນກວ້າງ ເກີດໄພນໍ້າຖ້ວມກະທັນຫັນໃນຫລາຍຈັງຫວັດທາງພາກໃຕ້ ອັນໄດ້ສົ່ງຜົນກະທົບຕໍ່ພື້ນຖານທາງດ້ານເສດຖະກິດ, ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຊັບສິນຂອງ ປະຊາຊົນ ເສຍຫາຍເປັນຈໍານວນຫລວງຫລາຍ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈ ມາຍັງ ທ່ານ ແລະ ຜ່ານທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນໄທ ໂດຍສະເພາະ ຕໍ່ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ-ຊີ້ນຳ ຢ່າງໃກ້ຊິດ ຂອງ ທ່ານ ກໍຄື ລັດຖະບານ ແລະ ການສະໜັບສະໜູນໃນການຮ່ວມມືຂອງ ທຸກພາກສ່ວນໃນສັງຄົມ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກນີ້ ແລະ ເຮັດໃຫ້ສະພາບການກັບຄືນສູ່ປົກກະຕິໂດຍໄວ.

