ຄະນະຜູ້ແທນ 4 ປະເທດ ເຂົ້າຮ່ວມຮັບຊົມການສະແດງທາງບົກ-ທາງນໍ້າ ຂອງສູນປະສານງານລາວ-ຈີນ

ໜັງສືພິມບໍ່ແກ້ວລາຍງານວ່າ: ວັນທີ 25 ທັນວາ 2024 ຄະນະຜູ້ແທນ 4 ປະເທດ ( ລາວ, ຈີນ, ມຽນມາ ແລະ ໄທ) ໄດ້ເຂົ້າຮ່ວມຮັບຊົມການສະແດງກວດກາ ທາງບົກ – ທາງນ້ຳ ຢູ່ສູນປະສານງານລາວ-ຈີນ ບ້ານມອມ ເມືອງ ຕົ້ນເຜີ້ງ ແຂວງບໍ່ແກ້ວ. ຝ່າຍລາວ ນຳໂດຍ ພົນຈັດຕະວາ ອິນແກ້ວ ມະນີຈັນ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫລວງນ້ຳທາ, ຝ່າຍຈີນ ນຳໂດຍ ພົນໂທ ລີຫລີ້ ຮອງຫົວໜ້າກອງບັນຊາການຕຳຫລວດລາດຕະເວນທາງນໍ້າ ແຂວງຢູນນານ ສປ ຈີນ, ຝ່າຍໄທ ນຳໂດຍ ພົນຕີ ນົບໄພສານ ຮອງຜູ້ບັງຄັບບັນຊາຕຳຫຼວດພູທອນພາກ 5 ແລະ ຝ່າຍມຽນມາ ນຳໂດຍ ພັນໂທ ເກີເກີລາຍ ຮອງຜູ້ບັນຊາການຕຳຫລວດນ້ຳທີ 3 ກະຊວງພາຍໃນ. ມີຄະນະທີມງານສູນກາງການຮ່ວມມືປະຕິບັດກົດໝາຍຮັກສາຄວາມສະຫງົບ ຕາມລຳແມ່ນ້ຳຂອງ – ແມ່ນໍ້າລ້ານຊ້າງ ນະຄອນຊຽງຮຸ່ງ, ສອງກຳລັງ ປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ 2 ແຂວງບໍ່ແກ້ວ-ຫລວງນ້ຳທາ ຕະຫລອດຮອດພະນັກງານ-ນັກຮົບ 4 ຝ່າຍເຂົ້້າຮ່ວມ.

ລາຍການທີ່ນຳມາສະແດງໃນຄັ້ງນີ້ປະກອບມີ: ການດັກສະກັດລົດທີ່ມີສິງຜິດກົດ ໝາຍຕາມເສັ້ນທາງ ແລະ ເຂົ້າຄົ້ນເຮືອຂອງໜ່ວຍລາດຕະເວນທາງນ້ຳຂອງ 4 ປະເທດ ທີ່ພົບເຮືອຕ້ອງສົງໄສ, ການຊ່ວຍເຫລືອຜູ້ຖືກເຄາະຮ້າຍທາງນ້ຳ. ໃນການມາເຄື່ອນໄຫວຊົມການສະແດງຂອງຄະນະດັ່ງກ່າວ ເພື່ອປະຕິບັດສັນຍາ ວ່າດ້ວຍການລາດຕະເວນຮ່ວມທາງນໍ້າຕະຫລອດໄລຍະຜ່ານມາ ເຖິງປະຈຸບັນແມ່ນຄັ້ງທີ 148 ເຫັນໄດ້ເຖິງຜົນສຳເລັດພິເສດຫລາຍດ້ານນັ້ນແມ່ນຂີດໝາຍການເພີ່ມພູນຄູນສ້າງ ມູນເຊື້ອອັນດີງາມໃນການແກ້ໄຂບັນຫາສະພາບການຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດຕາມຊາຍແດນ ທີ່ໄດ້ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດກົດໝາຍລາດຕະເວນຮ່ວມກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມແມ່ນໍ້າລ້ານຊ້າງ – ແມ່ນໍ້າຂອງ ຂອງ 4 ປະເທດ ການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ຍົກລະດັບການພົວພັນຮ່ວມມືປະສານສົມທົບລະຫວ່າງກຳລັງປ້ອງກັນຊາຍແດນຂອງ 4 ປະເທດ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກເພື່ອພ້ອມກັນສ້າງຊາຍແດນ (ລາວ, ຈີນ, ມຽນມາ ແລະ ໄທ) ໃຫ້ກາຍເປັນຊາຍແດນສັນຕິພາບ.