11 ເດືອນ ປີ 2024 ສປປ ລາວ ໄດ້ກວດບົ່ງມະຕິວ່າຕິດເຊື້ອ HIV 1,896 ຄົນ

ວັນທີ 17 ທັນວາ 2024 ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຕ້ານເອດ ຂອງຄະນະກຳມະການແຫ່ງຊາດຕ້ານເອດ ຮ່ວມກັບ ຄະນະກຳມະການຕ້ານເອດແຂວງວຽງຈັນ ຢູ່ທ່າລາດ ແຂວງວຽງຈັນ ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ສຈ.ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ປະທານຄະນະກຳມະການແຫ່ງຊາດຕ້ານເອດ.
ທ່ານ ສຈ. ປອ. ດຣ. ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ມາເຖິງປັດຈຸບັນ ສະພາບການແຜ່ລະບາດຂອງເຊື້ອເຮສໄອວີພະຍາດເອດ ແມ່ນມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ສຳລັບປີ 2023 ພົບຜູ້ຕິດເຊື້ອເພີ້ມ 23% ທຽບໃສ່ປີ2022 ໃນນັ້ນ 81% ແມ່ນກຸ່ມປະຊາກອນສ່ຽງ ອາຍຸ 15-24 ປີ ໂດຍລວມແລ້ວ ມາເຖິງປະຈຸບັນພວກເຮົາກໍຍັງສາມາດຮັກສາອັດຕາການຕິດເຊື້ອເຮສໄອວີ ໃນລະດັບຕໍ່າ (0,4%) ໃນກຸ່ມປະຊາກອນທົ່ວໄປອາຍຸ 15-49 ປີ.
ສໍາລັບຕົວເລກສະສົມ ຜູ້ຕິດເຊື້ອເຮສໄອວີໃນທົ່ວປະເທດ ແຕ່ປີ 1990 ຮອດເດືອນ 11 ປີ 2024 ທັງໝົດ 22,584 ຄົນ, ຜູ້ຕິດເຊື້ອເຮສໄອວີ ຍັງມີຊີວິດ 16,726 ຄົນ, ເປັນພະຍາດເອດ 7,455 ຄົນ ແລະ ເສຍຊີວິດແລ້ວ 5,858 ຄົນ.
ສະເພາະ ເດືອນ 1-11 ປີ 2024 ໄດ້ກວດບົ່ງມະຕິວ່າຕິດເຊື້ອເຮສໄອວີ ຈຳນວນ 1,896 ຄົນ.
ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ

