ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

ວັນທີ 17 ທັນວາ 2024, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຄະນະ, ໃນໂອກາດທີ່ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ຜົນສຳເລັດ ກອງປະຊຸມປຶກສາຫາລື ດ້ານການເມືອງຂັ້ນລັດຖະມົນຕີ ຄັ້ງທີ 11 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ເຊິ່ງເປັນການສືບຕໍ່ປະກອບສ່ວນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຈະເລີນຮຸ່ງເຮືອງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ການຮ່ວມມື ຂອງບັນດາຂະແໜງການສອງປະເທດ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ແລະ ເອກະສານຕ່າງໆ ທີ່ໄດ້ຕົກລົງຮ່ວມກັນແລ້ວນັ້ນ ແມ່ນເປັນຮູບປະທຳ, ມີປະສິດທິຜົນສູງ ແລະ ທັນການ, ເຖິງວ່າສະພາບການຂອງໂລກ ມີການຜັນແປຢ່າງໄວວາ ຄາດເດົາໄດ້ຍາກ ແລະ ທ້າທາຍຫລາຍປານໃດກໍ່ຕາມ ແຕ່ຄວາມສາມັກຄີ, ຮັກແພງລະຫວ່າງ ລາວ-ຫວຽດນາມ ໄດ້ເພີ່ມທະວີຂຶ້ນເລື້ອຍໆ. ພ້ອມນີ້, ສະຫາຍ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ການຢ້ຽມຢາມພົບປະຂອງຄະນະຜູ້ແທນສອງປະເທດ ແຕ່ສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ, ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ຮັກສາກົນໄກການຮ່ວມມືທີ່ມີຢູ່ແລ້ວ ໂດຍສະເພາະ ກອງປະຊຸມປຶກສາຫາລືດ້ານການເມືອງປະຈໍາປີ ເພື່ອຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ນັບມື້ນັບເຂັ້ມແຂງ ແລະ ມີຜົນສຳເລັດໃຫຍ່ຫລວງກວ່າເກົ່າ, ການເປັນເສນາທິການ ໃຫ້ການນຳຂັ້ນສູງສອງປະເທດ ແລະ ເອົາໃຈໃສ່ຊຸກຍູ້ບັນດາກະຊວງ-ຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ ໃນການຈັດຕັ້ງປະຕິບັດ ບັນດາການຕົກລົງຂອງການນຳສອງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ໂດຍສະເພາະ ເສີມຂະຫຍາຍການຮ່ວມມືດ້ານການຄ້າ-ການລົງທຶນ ໃຫ້ຫລາຍຍິ່ງຂຶ້ນ, ກະກຽມການພົບປະສອງກົມການເມືອງ ທີ່ຈະມີຂຶ້ນອີກຄັ້ງ ກ່ອນກອງປະຊຸມໃຫຍ່ຂອງແຕ່ລະພັກ ກໍຄືການພົບປະລະຫວ່າງການນໍາຂັ້ນສູງສາມປະເທດລາວ-ຫວຽດນາມ-ກໍາປູເຈຍ, ການກະກຽມ ແກ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການ ຮ່ວມມືທະວິພາຄີ ລະຫວ່າງສອງລັດຖະບານ ຄັ້ງທີ 47 ໃນຕົ້ນປີ 2025. ພ້ອມກັນນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ການນຳຂັ້ນສູງ ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນສູງແກ່ ສປປ ລາວ ຕະຫລອດມາ ບໍ່ວ່າໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃນປັດຈຸບັນ. ພິເສດ, ແມ່ນການສະໜັບສະໜູນ ແລະ ຊ່ວຍເຫລືອຢ່າງຈິງໃຈຕໍ່ການເປັນປະທານໝູນວຽນ ກອງປະຊຸມອາຊຽນ ແລະ ໄອປາ ຂອງ ສປປ ລາວ ໃນປີ 2024 ນີ້, ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະນົງແກ່ນຕະຫລອດກາລະນາ.

ທ່ານ ບຸຍ ແທັງ ເຊີນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງນຳເອົາຄຳຢື້ຢາມຖາມຂ່າວ ອັນອົບອຸ່ນທີ່ເຕັມໄປດ້ວຍນໍ້າໃຈໄມຕີຈິດຮັກແພງ. ພ້ອມນີ້, ກໍໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບຜົນສຳເລັດຂອງກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 11 ລະຫວ່າງ ຄະນະຜູ້ແທນສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ, ເຊິ່ງໄດ້ປຶກສາຫາລື ກ່ຽວກັບການຮ່ວມມືສອງປະເທດ ໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ ໃຫ້ມີປະສິດທິຜົນສູງສຸດ, ພ້ອມນັ້ນ ກໍໄດ້ແລກປ່ຽນຄຳຄິດເຫັນ ຕໍ່ບັນຫາສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ລັດຖະບານ ຫວຽດນາມ ຍິນດີສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືສອງຝ່າຍ, ຫລາຍຝ່າຍ, ໃນເວທີພາກພື້ນ ແລະ ສາກົນ.

ທີ່ມາ: ປະເທດລາວ