ທິດທາງຄົ້ນຄວ້າເງິນຊ່ວຍໜູນ ຂອງນະຄອນຫລວງວຽງຈັນ ແກ່ຄູ ແລະ ພະນັກງານ-ລັດຖະກອນ, ທະຫານຕຳຫລວດ ແລະ ໄອຍະການ-ສານ ປີ 2025

ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ ສະເໜີທິດທາງມາດຕະການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃຫ້ແກ່ພະນັກງານລັດ, ທະຫານ, ຕຳຫຼວດ ຢູ່ນະຄອນຫຼວງວຽງຈັນ ສຳລັບປີ 2025 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດ II ວັນທີ 16 ທັນວາ 2024 ນີ້ວ່າ:
ເພື່ອເປັນການສືບຕໍ່ຊ່ວຍໜູນແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານຊີວິດການເປັນຢູ່ ຂອງຄູ ແລະ ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ໄອຍະການ-ສານ ໃນປີ 2025 ພະແນກການເງິນ ນະຄອນຫຼວງ ວຽງຈັນ ກໍ່ໄດ້ຄົ້ນຄວ້າ ເບື້ອງຕົ້ນໃນການຈັດສັນງົບປະມານ ໄວ້ຈໍານວນ 50 ຕື້ກີບ ສ່ວນຫຼັກການໃນການຄົ້ນຄ້ວາ : ສະເໜີພິຈາລະນາຄົ້ນຄ້ວາໃຫ້ທຸກຕໍາແໜ່ງ ຂອງພະນັກງານ-ລັດຖະກອນ ຢູ່ນະຄອນຫຼວງວຽງຈັນ. ການຄົ້ນຄ້ວາ ນະໂຍບາຍຊ່ວຍໜູນ ສະເໜີພິຈາລະນາ ຕາມເພດານເງິນເດຶອນທີ່ໄດ້ຮັບສຸທິ ຂອງພະນັກງານ-ລັດຖະກອນ ລາຍລະອຽດດັ່ງນີ້.
1. ເງິນເດືອນ ຕໍ່າກວ່າ 1,700,000ກີບ/ເດືອນ : ຄົ້ນຄວ້າຊ່ວຍໜູນ 500,000 ກີບ/ຄົນ/ເດືອນ
2. ເງິນເດືອນ 1,700,001–2,000,000 ກີບ/ເດືອນ: ຄົ້ນຄວ້າຊ່ວຍໜູນ 400.000 ກີບ/ຄົນ/ ເດືອນ
3. ເງິນເດືອນ 2,000,001–2,500,000 ກີບ/ເດືອນ: ຄົ້ນຄວ້າຊ່ວຍໜູນ 350,000 ກີບ/ຄົນ/ເດືອນ
4. ເງິນເດືອນ 2,500,001-3,000,000 ກີບ/ເດືອນ: ຄົ້ນຄວ້າຊ່ວຍໜູນ 300,000 ກີບ/ຄົນ/ ເດືອນ
5. ເງິນເດືອນຫຼາຍກວ່າ 3,500,000 ກີບ/ເດືອນ: ຄົ້ນຄວ້າຊ່ວຍໜູນ 250,000 ກີບ/ຄົນ/ເດືອນ
ນີ້ແມ່ນການຄົ້ນຄ້ວາເບື້ອງຕົ້ນ ໃນການຊ່ວຍໜູນ ພະນັກງານ-ລັດຖະກອນ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ສາມາດຈັດຕັ້ງ ແລະ ປະຕິບັດໄດ້ ຮຽນສະເໜີ ຄະນະປະຈໍາສະພາ ນະຄອນຫຼວງວຽງຈັນ- ອົງການປົກຄອງ ນະຄອນຫຼວງວຽງຈັນ ຊ່ວຍພິຈາລະນາ ແລະ ໃຫ້ການຊີ້ນໍາໃນການຈັດຕັ້ງປະຕິບັດ.

