ຫາລືການຈັດຕັ້ງປະຕິບັດໂຄງການສົ່ງເສີມການຈ້າງງານໃນຊົນນະບົດຂອງລາວ

ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດກອງປະ ຊຸມ ປຶກສາຫາລືກຽ່ວກັບໂຄງການສ້າງຍຸດທະສາດແຫ່ງຊາດ ສົ່ງເສີມການຈ້າງງານ ຊົນນະບົດໃນລາວ, ຂຶ້ນທີ່ນະຄອນຫລວງວຽງຈັນ, ເພື່ອສ້າງໂອກາດການມີວຽກເຮັດ ທີ່ມີຄຸນຄ່າ ແລະ ມີຜະລິດຕະພາບໃນເຂດຊົນນະບົດ, ໂດຍການເປັນປະທານຂອງທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີກະຊວງດັ່ງກ່າວ, ມີທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ, ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າ ແຂວງ ສະຫວັນນະເຂດ ແລະ ຜູ້ຕາງໜ້າຫ້ອງການອົງການແຮງງານ ສາກົນ ປະຈຳພາກພື້ນທີ່ປະເທດໄທເຂົ້າຮ່ວມນຳດ້ວຍ.
ກອງປະຊຸມນີ້ ມີຄວາມສຳຄັນຍິ່ງຂອງຍຸດທະສາດແຫ່ງຊາດສົ່ງເສີມ ການຈ້າງງານຊົນນະບົດໃນລາວ ເພື່ອສ້າງໂອກາດການມີວຽກເຮັດທີ່ມີຄຸນຄ່າ ແລະ ມີຜະລິດຕະພາບໃນເຂດຊົນນະບົດ, ວິທີການພັດທະນະສີມືແຮງງານໃນຊົນນະບົດ ເພື່ອສົ່ງເສີມການສ້າງລາຍໄດ້, ຜົນສຳເຮັດລວມຈາກໂຄງການທົດລອງ ສົ່ງເສີມການສ້າງລາຍໄດ້ ແລະ ການສ້າງວຽກເຮັດງານທຳໃນຊົນນະບົດ ແຂວງ ເຊກອງ ໄລຍະຜ່ານມາແມ່ນການພັດທະນາຊຸມຊົນດ້ານກະສິກຳ, ການພັດທະນາສີມື ແຮງງານ, ການສົ່ງເສີມບົດບາດຍິງ-ຊາຍ ໃນການສ້າງກຸ່ມຜູ້ປະກອບການໃນແຂວງດັ່ງກ່າວ, ປະສົບການຕົວຈິງຈາກການສົ່ງເສີມການສ້າງລາຍໄດ້ຈາກການພັດທະນາ ຊັບສິນຊຸມຊົນ ແລະ ອື່ນໆ.
ໂຄງການດັ່ງກ່າວແມ່ນເລີມຈັດຕັ້ງປະຕິບັດທົດລອງແຕ່ປີ 2011, ຢູ່ແຂວງເຊກອງ ຈົນຮອດ ປີ ອົງການເພື່ອການພັດທະນາ ແລະ ຮ່ວມມື ສະວິດເຊີແລນ ແລະ ອົງການແຮງງານສາກົນ, ປຶກສາຫາລືເພື່ອສຶບຕໍ່ຈັດ ຕັ້ງປະຕິບັດໂຄງການ ແລະ ຈະຂະຫຍາຍໄປຈັດຕັ້ງປະຕິບັດເພີ່ມຢູ່ ແຂວງສະຫວັນນະ ເຂດ, ໂດຍຈະເລີມແຕ່ ປີ 2017 ໄປຈົນຮອດປີ 2020.

