ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຜູ້ແທນອົງການໄຈກາ ແລະ ອາສາສະໝັກຍີ່ປຸ່ນ

ວັນທີ 10 ທັນວາ 2024 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຮາຕາອິດະ ມິກິໂອະ (HATAEDA Mikio), ຮອງປະທານອາວຸໂສອົງການຮ່ວມມືສາກົນຍີ່ປຸ່ນ ຫຼື ໄຈກາ (JICA) ແລະ ອາສາສະໝັກຍີ່ປຸ່ນ ເຊິ່ງນໍາໂດຍທ່ານ ໂຄອິຊຸມິ ຊຶໂຕມຸ (KOIZUMI Tsutomu), ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາລາວ.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານ ຮາຕາອິດະ ມິກິໂອະ ພ້ອມທັງຕີລາຄາສູງ ຕໍ່ການຊ່ວຍເຫຼືອ ແລະ ສະໜັບສະ ໜູນຂອງອົງການ JICA ເວົ້າສະເພາະ, ເວົ້າລວມກໍ່ຄືຂອງລັດຖະບານ ແລະ ປະຊາຊົນຍີ່່ປຸນ ທີ່ໄດ້ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະ ຫຼອດໄລຍະທີ່ຜ່ານມາ; ໄດ້ສະເໜີອົງການ JICA ສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ພ້ອມທັງ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຕ່າງໆທີ່ໄດ້ຮັບອະນຸມັດແລ້ວໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້. ສໍາລັບປີ 2025 ຈະຄົບຮອບ 70 ປີ ແຫ່ງສາຍພົວພັນທາງການທູດ ລາວ-ຍີ່ປຸ່ນ ແລະ ຄົບຮອບ 60 ປີ ຂອງການຈັດສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ຢູ່ ສປປ ລາວ ສະເໜີໃຫ້ທັງສອງຝ່າຍລາວ ແລະ ຍີ່ປຸ່ນ ສືບຕໍ່ປະສານງານ ແລະ ເຮັດວຽກຮ່ວມກັນ ເພື່ອໃຫ້ບັນດາກິດຈະກຳຕ່າງໆຕ້ອນຮັບວັນສຳຄັນດັ່ງກ່າວສຳເລັດຜົນຕາມຄາດໝາຍທີ່ວາງໄວ້.
ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຄະນະອາສາສະໝັກຍີ່່ປຸ່ນ ໂດຍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາອາສາສະໝັກ ທີ່ມາຊ່ວຍເຫຼືອເຮັດວຽກຢູ່ ສປປ ລາວ ເຊິ່ງເປັນຜູ້ທີ່ມີຄວາມອົດທົນ ແລະ ເສຍສະຫຼະສູງ, ເຖິງແມ່ນປະຊາຊົນທັງສອງຊາດມີວິຖີການດຳລົງຊີວິດ ແລະ ຮີດຄອງປະເພນີແຕກຕ່າງກັນ ແຕ່ອາສາສະໝັກກໍ່ເລືອກທີ່ມາເຮັດວຽກຢູ່ ສປປ ລາວ ແລະ ຍັງສະໝັກໄປເຮັດວຽກຢູ່ທ້ອງຖິ່ນຊົນນະບົດຢູ່ເຂດຫ່າງໄກສອກຫຼີກ ຮ່ວມກັບພະນັກງານຂອງລາວຢ່າງບໍ່ຮູ້ອິດຮູ້ເມື່ອຍ; ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອອັນລ້ຳຄ່າ ຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະ; ໄດ້ຕີລາຄາສູງ ຕໍ່ສາຍພົວພັນຮ່ວມມືສອງຝ່າຍ ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ ເຊິ່ງໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ນອກຈາກນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ຝ່າຍຍີ່ປຸ່ນ ສືບຕໍ່ສົ່ງອາສາສະໝັກຂອງຕົນ ມາປະຕິບັດໜ້າທີ່ຕາມຂະແໜງການທີ່ມີຄວາມຈຳເປັນ ເພື່ອມາຊ່ວຍຂະແໜງການທີ່ກ່ຽວຂ້ອງຂອງລາວ; ສະເໜີອາສາສະໝັກໃຫ້ຖ່າຍທອດຄວາມຮູ້ຄວາມສາມາດ ແລະ ເຕັກໂນໂລຊີ ໃຫ້ແກ່ວິຊາການລາວ ແລະ ຮ່ວມເຮັດວຽກກັບອົງການປົກຄອງທ້ອງຖິ່ນທີ່ຕົນສັງກັດຢູ່, ທັງຮຽນຮູ້ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊຸມຊົນທ້ອງຖິ່ນ ເພື່ອເຮັດໃຫ້ສາຍພົວພັນມິດຕະ ພາບຮ່ວມກັນນັບມື້ນັບດີຂຶ້ນ, ພ້ອມກັນນັ້ນ ກໍ່ນໍາເອົາຂໍ້ມູນ ແລະ ປະສົບການຂອງຕົນ ໄປເຜີຍແຜ່ໃຫ້ຄົນຍີ່ປຸ່ນ ໄດ້ຮູ້ ສປປ ລາວ ຫຼາຍຂຶ້ນ ເພື່ອປະກອບສ່ວນເສີມສ້າງສາຍພົວພັນການຮ່ວມມື, ດຶງດູດນັກລົງທຶນມາລົງທຶນຢູ່ ສປປ ລາວ ຫຼາຍຂຶ້ນ ແລະ ທັງເປັນສົ່ງເສີມການທ່ອງ ທ່ຽວອີກດ້ວຍ.
ໃນໂອກາດດຽວກັນ, ທ່ານ ຮາຕາອິດະ ມິກິໂອະ, ຮອງປະທານອາວຸໂສອົງການຮ່ວມມືສາກົນຍີ່ປຸ່ນ ແລະ ທ່ານ ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາລາວ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ອັນດີງາມ ລະຫວ່າງ ຍີ່ປຸ່ນ ແລະ ລາວ ໃນໄລຍະຜ່ານມາ.
ອາສາສະໝັກຍີ່ປຸ່ນ ທີ່ມາປະຕິບັດໜ້າທີ່ຢູ່ລາວ ແມ່ນເລີ່ມແຕ່ປີ 1965 ເປັນຕົ້ນມາ ເຊິ່ງໃນເວລານັ້ນ ມີອາສາສະໝັກພຽງ 5 ຄົນ ແລະ ປະເທດລາວ ເປັນໜຶ່ງໃນ 4 ປະເທດທຳອິດ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຂອງຕົນມາປະຕິບັດວຽກ ງານ ແລະ ມາຮອດປະຈຸບັນ ອາສາສະໝັກຍີ່ປຸ່ນ ທີ່ມາປະຕິບັດໜ້າທີ່ຢູ່ ສປປ ລາວ ລວມທັງໝົດ 1,094 ຄົນ, ສະເພາະປີ 2024 ມີອາສາສະໝັກອາວຸໂສ ແລະ ອາສາສະໝັກໜຸ່ມ ທັງໝົດ 45 ຄົນ ໂດຍປະຈໍາຢູ່ຂະ ແໜງການຕ່າງໆ ເປັນຕົ້ນ ສຶກສາ ທິການ ແລະ ກິລາ, ສາທາລະນະສຸກ, ກະສິກຳ-ປ່າໄມ້, ພັດທະນາຊົນນະບົດ ແລະ ຂົງເຂດອື່ນໆ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

