ກຽມສ້າງຕຶກແຝດ ຕຶກທຳອິດໃນລາວ ຢູ່ເຂດເສດຖະກິດພິເສດ ບຶງທາດຫລວງ ສູງ 198 ແມັດ

ວັນທີ 8 ທັນວາ 2024 ຜ່ານມານີ້ ໂຄງການເຂດເສດຖະກິດພິເສດບຶງທາດຫລວງ ໄດ້ຈັດພິທີລົງນາມ ການຮ່ວມມືໂຄງ ການສ້າງອາຄານຕຶກແຝດສູນກາງການຄ້າໂລກ ສປປ ລາວ ຢູ່ທີ່ໂຄງການເຂດເສດຖະກິດພິເສດ ບຶງທາດຫລວງ ຕຶກແຝດທີ່ຈະລົງມືກໍ່ສ້າງມີຄວາມສູງ 198 ແມັດ, ມີຄວາມສູງຈາກໜ້າດິນ 48 ຊັ້ນ ແລະ ຊັ້ນໃຕ້ດິນ 3 ຊັ້ນ, ມີເນື້ອທີ່ກໍ່ສ້າງທັງໝົດ 253,200 ຕາແມັດ.

ແບ່ງອອເປັນ 2 ຕຶກຄື: A ຈະສ້າງເປັນໂຮງແຮມລະດັບຫ້າດາວ ແລະ ເປັນອາຄານຫ້ອງການລະດັບເກຣດ A. ຕຶກ B ປະກອບມີຄອນໂດມິນຽມ ແລະ ອາຄານຫ້ອງການ.

ທີ່ມາ: ເຂດເສດຖະກິດພິເສດບຶງທາດຫຼວງ