ປີ 2017 ລາວຈະຂາດດຸນງົບປະມານ 6,52%

ວັນທີ 17 ພະຈິກຜ່ານມານີ້, ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 8, ທ່ານນາງ ສວນສະຫວັນ ວິຍະເກດ ຄະນະປະຈຳສະພາແຫ່ງຊາດ ໄດ້ຂຶ້ນສະເໜີຮ່າງມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ, ຄາດຄະເນໝົດປີ 2017 ແລະ ແຜນການປະຈຳປີ 2018 ຕໍ່ທີ່ປະຊຸມວ່າ: ກອງປະຊຸມເຫັນດີເປັນເອກະພາບຕໍ່ບົດລາຍງານທີ່ໄດ້ເອົາໃຈໃສ່ຊີ້ນຳການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2017 ຄື: 6 ເດືອນຕົ້ນປີນີ້ ສາມາດເກັບລາຍຮັບໄດ້ທັງໝົດກວ່າ 10.365 ຕື້ກີບ, ເທົ່າກັບ 43,29% ຂອງແຜນການປີ ແລະ ຄາດວ່າໝົດປີຈະເກັບລາຍຮັບໄດ້ 23.489 ຕື້ກີບ ເທົ່າກັບ 98,1% ຂອງແຜນການປີ, ໃນນັ້ນລາຍຮັບຈາກການຊ່ວຍເຫລືອລ້າ 2.566 ຕື້ກີບ ເທົ່າກັບ 103% ຂອງແຜນການປີ, ລາຍຈ່າຍງົບປະມານໃນ 6 ເດືອນຕົ້ນປີ ປະຕິບັດໄດ້ 12.615 ຕື້ກວ່າກີບ, ເທົ່າກັບ 38,93% ຂອງແຜນການປີ, ຄາດຄະເນປີ 2017 ນີ້ລາວຈະຂາດດຸນງົບປະມານ 6,52% ຂອງ GDP.
ຂະນະດຽວກັນ ກອງປະຊຸມ ຮັບຮອງເອົາແຜນງົບປະມານແຫ່ງລັດ ປະຈຳປີ 2018 ຕາມການສະເໜີຂອງລັດຖະບານຄື: ລາຍຮັບທັງໝົດ 25.452 ຕື້ກີບ, ໃນນັ້ນ ລາຍຮັບພູດສູນກາງ 20.472 ຕື້ກວ່າກີບ, ລາຍຮັບພູດທ້ອງຖິ່ນ 4.979 ຕື້ກວ່າກີບ ແລະ ລາຍຈ່າຍທັງໝົດ 32.809 ຕື້ກວ່າກີບ, ໃນນັ້ນ ລາຍຈ່າຍພູດສູນກາງ 23.832 ຕື້ກີບ, ລາຍຈ່າຍພູດທ້ອງຖິ່ນ 8.977 ຕື້ກີບ; ຂາດດຸນງົບປະມານຈຳນວນ 7.357 ຕື້ກີບ ເທົ່າກັບ 4,92% ຂອງ GDP. ນອກນີ້ ຍັງໄດ້ຮັບຮອງເອົາການແບ່ງປັນງົບປະມານລາຍຈ່າຍໃຫ້ຂະແໜງການສະເພາະເປັນຕົ້ນ ຂະແໜງສຶກສາທິການ ແລະ ກິລາ ຈຳນວນ 4.035 ຕື້ກວ່າກີບ, ໃນນີ້ ລາຍຈ່າຍບໍລິຫານປົກກະຕິ 3.390 ຕື້ກວ່າກີບ, ລາຍຈ່າຍລົງທຶນ 644 ຕື້ກວ່າກີບ, ໃນນັ້ນ ທຶນຈາກງົບປະມານລັດ 132 ຕື້ກວ່າກີບ, ມອບໃຫ້ຂະແໜງການກ່ຽວຂ້ອງຈັດສັນ ເຂົ້າໃສ່ໂຄງການສືບຕໍ່, ໂຄງການສົມທົບທຶນກັບຕ່າງປະເທດຕາມສັນຍາ, ສຳລັບໂຄງການສະເໜີໃໝ່ໃຫ້ສຸມໃສ່ການກໍ່ສ້າງພື້ນຖານໂຄງລ່າງ, ອຸປະກອນການຄົ້ນຄ້ວາທົດລອງຢູ່ໃນບັນດາສະຖາບັນການສຶກສາ (ມະຫາວິທະ ຍາໄລ) ແລະ ຢູ່ໃນບັນດາເມືອງທີ່ທຸກຍາກຢ່າງມີຈຸດສຸມ. ພ້ອມນີ້ ຂະແໜງສາທາລະນະສຸກ ຈຳນວນ 2.507 ຕື້ກວ່າກີບ, ໃນນັ້ນ ລາຍຈ່າຍບໍລິຫານປົກະຕິ 1.660 ຕື້ກວ່າກີບ, ລາຍຈ່າຍລົງທຶນ 846 ຕື້ກວ່າກີບ, ໃນນັ້ນ ທຶນຈາກງົບປະມານຂອງລັດ 53,78 ຕື້ກີບ, ມອບໃຫ້ຂະແໜງການກ່ຽວຂ້ອງຈັດສັນເຂົ້າໃສ່ໂຄງການສືບຕໍ່, ໂຄງການສົມທົບທຶນກັບຕ່າງປະເທດຕາມສັນຍາ, ສຳລັບໂຄງການສະເໜີໃໝ່ໃຫ້ສຸມໃສ່ການກໍ່ສ້າງ ແລະ ປັບປຸງສຸກສາລາ, ບາງໂຮງໝໍເມືອງທີ່ເປັນຈຸດໃຈກາງຂອງການບໍການສາທາລະນະສຸກຂັ້ນພື້ນຖານ, ອຸປະກອນການແພດທີ່ຈຳເປັນຢູ່ໃນບັນດາໂຮງໝໍຂັ້ນສູນກາງ, ຂັ້ນແຂວງ ແລະ ບັນດາເມືອງທີ່ທຸກຍາກຢ່າງມີຈຸດສຸມ; ກອງທຶນຄົ້ນຄວ້າວິທະຍາສາດ ຈຳນວນ 28 ຕື້ກີບ ເທົ່າກັບ 1% ຂອງລາຍຈ່າຍລົງທຶນປົກກະຕິ. ພ້ອມດຽວກັນນີ້ ກອງປະຊຸມຮັບຮອງເອົາ 10 ມາດຕະການ ຈຸດສຸມທ້າຍປີ 2017, 16 ກົນໄກ ແລະ ມາດຕະການ ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2018 ຕາມການສະເໜີຂອງລັດຖະບານ, ຊຶ່ງກອງປະຊຸມໄດ້ມອບໃຫ້ລັດຖະບານສືບຕໍ່ປະຕິບັດມາດຕະການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍໃຫ້ໄດ້ຕາມກຳນົດໄວ້ໃນມະຕິຂອງກອງປະຊຸມສະພາແຫ່ງຊາດ ແລະ ກົດໝາຍທີ່ກ່ຽວຂ້ອງ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2017 ແລະ ແຜນການປີ 2018 ອີກດ້ວຍ.

