ຣັດເຊຍຕອບໂຕ້ຮ່າງມະຕິຍີ່ປຸ່ນ ໃຫ້ຕໍ່ເວລາສືບສວນອາວຸດເຄມີຊີຣີ

ຣັດເຊຍຕອບໂຕ້ຮ່າງມະຕິຂອງຍີ່ປຸ່ນ ທີ່ສະເໜີຕໍ່ເວລາສືບສວນການໃຊ້ອາວຸດເຄມີຢູ່ພາກເໜືອຂອງຊີຣີ ຖືເປັນການໃຊ້ອຳນາດຄັດຄ້ານໃນຖານະສະມາຊິກຖາວອນຂອງ UNSC ກ່ຽວກັບສົງຄາມຊີຣີເປັນຄັ້ງທີ 11 ແລ້ວ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ປະເທດສະຫະລັດອາເມລິກາ ໃນວັນທີ 17 ພະຈິກວ່າ: ຮ່າງມະຕິທີ່ສະເໜີໂດຍຍີ່ປຸ່ນ ໃນການໃຫ້ຄະນະຮ່ວມລະຫວ່າງສະຫະປະຊາຊາດ (UN) ກັບອົງການເພື່ອການຫ້າມໃຊ້ອາວຸດເຄມີ (OPCW) ໃນນາມ “ຈິມ” ມີເວລາເພີ່ມອີກ 30 ວັນ ຈາກກຳນົດເກົ່າສິ້ນສຸດລົງໃນວັນທີ 17 ພະຈິກ ໃນການສືບສວນ-ສອບສວນເຫດການໂຈມຕີປະຊາຊົນດ້ວຍອາວຸດເຄມີ ຢູ່ເມືອງຂ່ານ ເຊຄຸນ ໃນພາກເໜືອຂອງຊີຣີ ໃນວັນທີ 4 ເມສາຜ່ານມາ ແລະ ສົ່ງຜົນໃຫ້ມີຜູ້ເສຍຊີວິດປະມານ 100 ຄົນ ບໍ່ຜ່ານການລົງມະຕິຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ເນື່ອງຈາກຣັດເຊຍ ເຊິ່ງເປັນສະມາຊິກຖາວອນໃຊ້ອຳນາດຕອບໂຕ້.
ທັງນີ້, ການໃຊ້ອຳນາດຕອບໂຕ້ຂອງຣັດເຊຍໃນຄັ້ງນີ້ ຖືເປັນຄັ້ງທີ 11 ໃນຫົວຂໍ້ກ່ຽວກັບສົງຄາມກາງເມືອງຢູ່ຊີຣີທີ່ຍືດເຍື້ອມາແຕ່ປີ 2011 ແລະ ເກີດຂຶ້ນຫ່າງຈາກການຕອບໂຕ້ຄັ້ງທີ 10 ພຽງ 24 ຊົ່ວໂມງ ເຊິ່ງເປັນການຕົກໄປຮ່າງມະຕິຂອງອາເມລິກາ ທີ່ສະເໜີໃຫ້ຂະຫຍາຍໄລຍະເວລາການເຮັດວຽກຂອງທີມສືບສວນອອກໄປອີກ 1 ປີ ໂດຍເປັນຮ່າງມະຕິທີ່ອາເມລິກາສະເໜີຊ້ຳເປັນຄັ້ງທີ 2 ພາຍຫລັງສະເໜີຄັ້ງທຳອິດໃນທ້າຍເດືອນຕຸລາຜ່ານມາ ແລະ ຖືກຣັດເຊຍໃຊ້ອຳນາດຕອບໂຕ້ເຊັ່ນກັນ, ສ່ວນຈີນເຊິ່ງເປັນພັນທະມິດຂອງຣັດເຊຍ ແລະ ເປັນໜຶ່ງໃນສະມາຊິກຖາວອນ ໃຊ້ສິດງົດອອກສຽງຮ່າງມະຕິຊີຣີ.

