ກິນຜັກກາດດອກຊ່ວຍຫລຸດອາການຂໍ້ອັກເສບໄດ້

ນັກວິໄຈອັງກິດເຊື່ອວ່າການກິນຜັກກາດດອກ  ຫລື ບລັອກໂຄລີ ຈະຊ່ວຍຫລຸດອາການຂໍ້ອັກເສບໄດ້ ເຊິ່ງທີມນັກວິໄຈຂອງມະຫາວິທະຍາໄລອີສ ແອງເກລຍ ໄດ້ເລີ່ມການທົດລອງກັບແຊນ ແລະ ໜູ ພົບວ່າ : ສານໃນຜັກກາດດອກ ເຊິ່ງສາມາດພົບໄດ້ໃນຜັກກະລໍ່າສີຈະຂັດຂວາງເອັນໄຊທີ່ທຳລາຍກະດູກອ່ອນ ກ່ອນທີ່ຈະເອົາໄປທົດລອງກັບຜູ້ປ່ວຍ 20 ຄົນ ໂດຍການໃຫ້ກິນຜັກກາດດອກສາຍພັນພິເສດທີ່ມີສານອາຫານສູງທຸກມື້ ຕິດຕໍ່ກັນດົນ 2 ອາທິດ ເທື່ອລະ 500 ກຣາມ ໂດຍຜັກກາດດອກດັ່ງກ່າວ ຫລື ເບເນຟໍເຕ ເປັນຜັກລູກປະສົມລະຫ່ວາງຜັກກາດດອກທຳມະດາ ແລະ ຜັກກາດດອກຈາກເກາະຊິຊິລີຂອງອີຕາລີ ທີ່ໄດ້ຮັບການພັດທະນາສາຍພັນໂດຍສະຖາບັນວິໄຈອາຫານຂອງອັງກິດ ແລະ ສູນຈອນ ອິນເນສ ທັງນີ້ ຮ່າງກາຍຈະດູດຊຶມສານກລູໂຄຣາຟານິນ  (glucoraphanin)  ແລະ ປ່ຽນເປັນສານອາຫານອີກປະເພດໜຶ່ງທີ່ເອີ້ນວ່າ : ສານເອັນໄຊຊັລໂຟຣາເຟນ (sulforaphane) ເຊິ່ງມີຄຸນສົມບັດໃນການປົກປ້ອງຂໍ້ຕໍ່.

ທີມແພດຈະຜ່າຕັດເອົາເນື້ອເຍື່ອຈາກບໍລິເວນຂໍ້ຕໍ່ເພື່ອເບິ່ງວ່າ ການກິນຜັກກາດດອກຈະສົ່ງຜົນແນວໃດ ເຖິງວ່າເວລາພຽງ 2 ອາທິດອາດບໍ່ພຽງພໍຕໍ່ການປ່ຽນແປງຢ່າງຈະແຈ້ງກໍຕາມ ແຕ່ນັກວິໄຈເຊື່ອວ່າຈະເຮັດໃຫ້ເຫັນຫລັກຖານວ່າຜັກກາດດອກດັ່ງກ່າວມີປະໂຫຍດແນວໃດຕໍ່ມະນຸດ.

ແນວໃດກໍຕາມ, ຜູ້ຊ່ຽວຊານຈາກສະຖາບັນວິໄຈພະຍາດຂໍ້ໃນອັງກິດ ເປີດເຜີຍວ່າ : ຜົນການສຶກສາດັ່ງກ່າວຍັງບໍ່ສາມາດຕອບໄດ້ວ່າອາຫານຊະນິດໃດໆກໍຕາມຈະສາມາດຫລຸດຂະບວນການຂອງພະຍາດຂໍ້ກະດູກອັກເສບໄດ້ ແລະ  ຫາກຜົນການຄົ້ນພົບເທື່ອນີ້ສາມາດນຳໄປໃຊ້ໃນມະນຸດໄດ້ແທ້ ກໍຖືວ່າການວິໄຈນີ້ເປັນເລື່ອງທີ່ໜ້າສົນໃຈ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ