ອິຕາລີ ປົດ ເວນຕູຣາ ອອກຈາກຕຳແໜ່ງຜູ້ຈັດການທີມແລ້ວ

ສະມາຄົມບານເຕະອິຕາລີ ປະກາດປົດ ຈາມປີເອໂຣ ເວນຕູຣາ ອອກຈາກຕຳແໜ່ງ ຜູ້ຈັດການທີມເປັນທີ່ຮຽບຮ້ອຍແລ້ວ ຫຼັງເຮັດຜົນງານໄດ້ໜ້າ ຜິດຫວັງບໍ່ສາມາດພາທີມໄປ ຫຼິ້ນບານໂລກ 2018 ຮອບສຸດ ທ້າຍ ທີ່ປະເທດຣັດເຊຍ.
ເປັນທີ່ເຂົ້າໃຈວ່າ ທີມ ຊາດອິຕາລີ ຈະບໍ່ມີສ່ວນຮ່ວມ ບານໂລກກາງປີໜ້າ ເນື່ອງ ຈາກໃນຮອບເພລອອຟພວກ ເຂົາເຮັດໄດ້ພຽງສະເໝີກັບ ທີມຊາດສະວີເດນ 0-0 ໃນນັດ ທີສອງ ຕົກຮອບໄປແບບພິກ ຄວາມໝາຍຂອງຄົນທັງໂລກ ເຊິ່ງຫຼັງຈາກນັ້ນມີຂ່າວວ່າອະນາຄົດຂອງ ເວນຕູຣາ ກຳລັງ ຈະຂາດສະບັ້ນລົງໃນບໍ່ຊ້າ.
ຫຼ້າສຸດ ສະມາຄົມບານ ເຕະຂອງ ອິຕາລີ ໄດ້ຈັດການ ປົດ ເວນຕູຣາ ອອກຈາກຕຳ ແໜ່ງແລ້ວ ໂດຍມີລາຍຊື່ ຄາ ໂລ ອັນເຊລອດຕິ ແລະ ໂຣແບ ໂຕ ມັນຊິນີ ລວມເຖິງ ອັນໂຕນິ ໂອ ຕອນເຕ ຢູ່ໃນແຜນທີ່ຈະ ເຂົ້າມາຮັບໜ້າຕໍ່ໄປ.

