ລຸກຊຳບວກເພີ່ມການຊ່ວຍເຫລືອແກ່ລາວຕື່ມອີກ 75 ລ້ານເອີຣົບ

ໃນລະຫວ່າງການຢ້ຽມຢາມລາວຂອງທ່ານ ໂຣແມນ ສະນາຍເດີ (Romain Schneider), ລັດຖະມົນຕີກະຊວງຮ່ວມມື ເພື່ອການພັດທະນາ ແລະ ມະນຸດສະທຳຂອງ ລຸກຊຳບວກ ພ້ອມດ້ວຍຄະນະ, ໃນວັນທີ 14-15 ພະຈິກນີ້.
ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ຫຼັງສອງຝ່າຍ ລາວ-ລຸກຊໍາບວກ, ໄດ້ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນກ່ຽວກັບທິດທາງໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າໃຫ້ນັບມື້ດີຂຶ້ນເລື້ອຍໆ ແລະ ລຸກຊຳບວກໄດ້ຕົກລົງເພີ່ມການຊ່ວຍເຫຼືອໃຫ້ແກ່ລາວຕື່ມອີກ 75 ລ້ານເອີໂຣ, ເພື່ອນຳໃຊ້ເຂົ້າໃນຂົງເຂດສາທາລະນະສຸກ, ການພັດທະນາທ້ອງຖິ່ນ, ການຝຶກອົບຮົມດ້ານການທ່ອງທ່ຽວ, ການປົກຄອງ ແລະ ທຶນສຳລັບການສຶກສາສຳລັບໄລຍະ 2016 -2020.
ສປປ ລາວ ແລະ ລຸກຊຳບວກໄດ້ເຊັນສັນຍາສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 25 ກັນຍາ 1997 ແລະ ນັບແຕ່ປີ 2001 ເປັນຕົ້ນມາລຸກຊຳບວກ ໄດ້ເອົາ ສປປ ລາວ ເຂົ້າເປັນປະເທດເປົ້າໝາຍໃນການຊ່ວຍເຫຼືອ ເພື່ອການພັດທະນາ ແລະ ທັງສອງປະເທດໄດ້ລົງນາມໃນແຜນງານການຮ່ວມມື ລະຫວ່າງ ສອງລັດຖະບານ, ນັບແຕ່ນັ້ນມາ ການຊ່ວຍເຫຼືອເພື່ອການພັດທະນາແກ່ ສປປ ລາວ ຂະຫຍາຍຕົວໃນລະດັບດີ ແລະ ເພີ່ມຂຶ້ນໃນແຕ່ລະປີ.
ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດລາວ, ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ການພົວພັນ ແລະ ຮ່ວມມື ລະຫວ່າງ ສອງປະເທດລາວ ແລະ ລຸກຊຳບວກຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ດີຂຶ້ນເລື້ອຍໆ, ທັງຍັງໄດ້ຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າຂອງ ລັດຖະບານລຸກຊຳບວກ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ.

