ບັງກະລາເທດຍົກເລີກນຳເຂົ້າ ເຂົ້າກຳປູເຈຍເພາະຊັກຊ້າ

ບັງກະລາເທດຍົກເລີກຂໍ້ຕົກລົງນຳເຂົ້າເຂົ້າຈາກກຳປູເຈຍ ເຊິ່ງເປັນຂໍ້ຕົກລົງນຳເຂົ້າເຂົ້າກຳປູເຈຍເປັນເທື່ອທຳອິດ ເນື່ອງ ຈາກກຳປູເຈຍສົ່ງມອບຊັກຊ້າ.

ເຈົ້າໜ້າທີ່ໜ່ວຍງານລັດຂອງບັງກະລາເທດທີ່ມີໜ້າທີ່ຈັດຊື້ທັນຍາພືດເປີດເຜີຍວ່າ: ທາງການໄດ້ຍົກເລີກຂໍ້ຕົກລົງນຳເຂົ້າ ເຂົ້າປະລິມານ 250.000 ໂຕນ ທີ່ລົງນາມກັບກຳປູເຈຍໃນເດືອນສິງຫາແລ້ວ ເນື່ອງຈາກກຳປູເຈຍຊັກຊ້າໃນການສົ່ງມອບ. ລາຍ ງານລະບຸວ່າ: ທາງການບັງກະລາເທດຕົກລົງນຳເຂົ້າເຂົ້າກຳປູເຈຍໃນລາຄາໂຕນລະ 453 ໂດລາສະຫະລັດ ເພື່ອທົດແທນປະລິມານ ເຂົ້າສຳຮອງທີ່ຫລຸດລົງ ແລະ ແກ້ໄຂບັນຫາລາຄາເຂົ້າໃນປະເທດປັບສູງຂຶ້ນ. ປົກກະຕິແລ້ວບັງກະລາເທດເປັນຜູ້ຜະລິດເຂົ້າອັນດັບ ສີ່ຂອງໂລກ, ແຕ່ປີນີ້ຕ້ອງນຳເຂົ້າຈຳນວນຫລາຍ ເນື່ອງຈາກນ້ຳຖ້ວມທຳລາຍພືດພັນເສຍຫາຍ.