ເດືອນກັນຍາ 2024 ການສົ່ງອອກ-ນໍາເຂົ້າສິນຄ້າ ຂອງ ສປປ ລາວ ຂາດດຸນ 154 ລ້ານໂດລາ

ສູນຂໍ້ມູນຂ່າວສານທາງດ້ານການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ: ມູນຄ່າການສົ່ງອອກ ແລະ ນໍາເຂົ້າສິນຄ້າ ຂອງ ສປປ ລາວ ປະຈໍາເດືອນກັນຍາ 2024 ປະຕິບັດໄດ້ 1,064 ລ້ານໂດລາສະຫະລັດ, ຂາດດຸນ 154 ລ້ານໂດລາ.

ມູນຄ່າການສົ່ງອອກສິນຄ້າທັງໝົດ ປະຕິບັດໄດ້ ປະມານ 455 ລ້ານໂດລາສະຫະລັດ ປະກອບມີ: ຄໍາປະສົມ; ເຄື່ອງໃຊ້ໄຟຟ້າ; ຢາງພາລາ; ເຈ້ຍ; ເກືອກາລີ; ເຍື່ອໄມ້; ແຮ່ທອງ; ໝາກກ້ວຍ; ນໍ້າຕານ ແລະ ມັນຕົ້ນ.

ສ່ວນມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕິບັດໄດ້ປະມານ 609 ລ້ານໂດລາສະຫະລັດ ປະກອບມີ: ນ້ຳມັນກາຊວນ; ອຸປະກອນກົນຈັກ; ພາຫະນະທາງບົກ; ເຄື່ອງໃຊ້ໄຟຟ້າ; ເຫລັກ; ຜະລິດຕະພັນເຄມີປະສົມສໍາເລັດຮູບ; ຊິ້ນສ່ວນອາໄຫລ່ລົດ; ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ; ເຄື່ອງດື່ມ ແລະ ນໍ້າມັນແອັດຊັງ

ສຳລັບປະເທດສົ່ງອອກຕົ້ນຕໍແມ່ນ ຈີນ, ຫວຽດນາມ, ໄທ, ສ.ອາເມລິກາ ແລະ ອົດສະຕາລີ; ປະເທດນໍາເຂົ້າຕົ້ນຕໍ ແມ່ນ ໄທ, ຈີນ, ຫວຽດນາມ, ສ.ອາເມລິກາ ແລະ ຍີ່ປຸ່ນ.