ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 31 ແລະ ກອງປະຊຸມສຸດຍອດກ່ຽວຂ້ອງອື່ນໆທີ່ຟີລິບປິນ

ຕອນເຊົ້າວັນທີ 13 ພະຈິກນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະ, ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນຄັ້ງທີ 31 ພາຍໃຕ້ຄໍາຂວັນ: “ຮ່ວມມືເພື່ອການປ່ຽນແປງ, ຜູກພັນກັບສາກົນ” ໂດຍການເປັນເຈົ້າພາບ ແລະ ປະທານຂອງຟີລິບປິນ, ຊຶ່ງມີບັນດາປະມຸກລັດ, ຫົວໜ້າລັດຖະບານປະເທດອາຊຽນ, ລັດຖະມົນຕີຕ່າງປະເທດອາຊຽນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ພາຍຫລັງພິທີເປີດກອງປະຊຸມສຸດຍອດອາຊຽນຄັ້ງທີ 31, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 31 ແບບຄົບຄະນະ, ເຊິ່ງຜູ້ນຳອາຊຽນໄດ້ປຶກສາຫາລື ແລະ ທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ກໍຄືບັນດາແຜນແມ່ບົດສໍາລັບສາມເສົາຄ້ຳປະຊາຄົມອາຊຽນ ແລະ ທິດທາງໃນຕໍ່ໜ້າ ເພື່ອຮັດແໜ້ນປະຊາຄົມອາຊຽນ, ໂດຍໄດ້ຊຸກຍູ້ໃຫ້ທຸກຂະແໜງການອາຊຽນສືບຕໍ່ຈັດຕັ້ງປະຕິບັດບັນດາແຜນແມ່ບົດ ແລະ ແຜນວຽກຂອງຕົນໃຫ້ສໍາເລັດ ແລະ ມີປະສິດທິພາບ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025.
ໃນໂອກາດຂຶ້ນກ່າວຄໍາເຫັນໃນກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຢໍ້າເຖິງຜົນສຳເລັດຂອງອາຊຽນໃນໄລຍະ 50 ປີຜ່ານມາ, ການຮັດແໜ້ນຄວາມເປັນແກນກາງຂອງອາຊຽນ ແລະ ການສົ່ງເສີມການເຂົ້າເຖິງແຫລ່ງທຶນຂອງຈຸນລະທຸລະກິດ, ທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະ ການເຊື່ອມຈອດອາຊຽນ, ໂດຍຜ່ານການຈັດຕັ້ງປະຕິບັດແຜນວຽກຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນສະບັບທີ 3 ແລະ ຈັດຕັ້ງແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025. ນອກນີ້, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຮ່ວມມືອາຊຽນກັບພາຍນອກ ແລະ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ສະພາບການຢູ່ຕາເວັນອອກກາງ, ແຫລມເກົາຫລີ, ການກໍ່ການຮ້າຍ, ວິກິດການຊາວອົບພະຍົບ, ທະເລຈີນໃຕ້ ແລະອື່ນໆ. ກອງປະຊຸມໄດ້ແຕ່ງຕັ້ງທ່ານ ດາໂຕ ປາດຸກາ ລິມ ຈອກ ຮອຍ ຈາກ ບຣູໄນ ດາຣູສະລາມ ເປັນເລຂາທິການໃຫຍ່ອາຊຽນຄົນຕໍ່ໄປສຳລັບປີ 2018-2022.
ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດຕ່າງໆລະຫວ່າງອາຊຽນກັບບັນດາຄູ່ເຈລະຈາ ເຊັ່ນ: ກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 20, ກອງປະຊຸມສຸດຍອດສະເຫລີມສະຫລອງການພົວພັນອາຊຽນ-ສະຫະລັດຄົບຮອບ 40 ປີ, ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີຄັ້ງທີ 19, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດຄັ້ງທີ 9.
ກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 20 ໄດ້ເຫັນດີໃຫ້ເພີ່ມທະວີການຮ່ວມມືໃນດ້ານຕ່າງໆ ເພື່ອຮັດແໜ້ນການພົວພັນອາຊຽນ-ຈີນໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ ເປັນຕົ້ນ: ການຈັດຕັ້ງຜັນຂະຫຍາຍສັນຍາການຄ້າເສລີອາຊຽນ-ຈີນ ຢ່າງເຕັມສ່ວນ, ແນໃສ່ປະກອບສ່ວນເຮັດໃຫ້ບັນລຸເປົ້າໝາຍການຄ້າອາຊຽນ-ຈີນ ມູນຄ່າ 1.000 ຕື້ໂດລາສະຫະລັດໃນປີ 2020, ເສີມຂະຫຍາຍການຮ່ວມມືດ້ານການເຊື່ອມຈອດໂດຍການເຊື່ອມສານລະຫວ່າງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງຂອງ ສປຈີນ ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດ 2025, ສົ່ງເສີມການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ. ບັນດາຜູ້ນຳອາຊຽນ-ຈີນ ໄດ້ຕົກລົງຫລາຍບັນຫາສຳຄັນຄື: (1) ກຳນົດເອົາຂົງເຂດນະວັດຕະກຳເປັນຫົວຂໍ້ຈຸດສຸມການຮ່ວມມືອາຊຽນ-ຈີນໃນປີ 2018. (2) ເຫັນດີຮ່າງວິໄສທັດການເປັນຄູ່ຮ່ວມຍຸດທະສາດອາຊຽນ-ຈີນຮອດປີ 2030 ແລະ (3) ປະກາດເລີ່ມການປຶກສາຫາລືກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ຢ່າງເປັນທາງການ. ນອກນັ້ນ, ກໍໄດ້ຕົກລົງຮັບຮອງເອົາຫລາຍເອກະສານເຊັ່ນ: (1) ຖະແຫຼງການຮ່ວມອາຊຽນ-ຈີນວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ແລະ (2) ຖະແຫລງການຮ່ວມອາຊຽນ-ຈີນວ່າດ້ວຍການຮັດແໜ້ນການຮ່ວມມືດ້ານການຕ້ານການສໍ້ລາດບັງຫລວງແບບຮອບດ້ານ.
ໃນກອງປະຊຸມສຸດຍອດສະເຫລີມສະຫລອງການພົວພັນອາຊຽນ-ສະຫະລັດ ຄົບຮອບ 40 ປີ, ຜູ້ນຳອາຊຽນ ແລະ ສະຫະລັດ ໄດ້ຢືນຢັນຄືນຄວາມໝາຍໝັ້ນທີ່ຈະສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດຕ່າງໆທີ່ມີຜົນປະໂຫຍດຮ່ວມກັນ ເປັນຕົ້ນ: ດ້ານຄວາມໝັ້ນຄົງ, ການຄ້າ, ການສຶກສາ, ການແລກປ່ຽນຊາວໜຸ່ມ ແລະ ອື່ນໆ. ອາຊຽນໄດ້ສະແດງຄວາມຍິນດີທີ່ເຫັນວ່າສະຫະລັດພາຍໃຕ້ລັດຖະບານໃໝ່ ຍັງສືບຕໍ່ໃຫ້ຄວາມສຳຄັນຕໍ່ການພົວພັນອາຊຽນ-ສະຫະລັດ ແລະ ຖືອາຊຽນເປັນບູລິມະສິດໃນນະໂຍບາຍການຕ່າງປະເທດຂອງຕົນ. ໃນໂອກາດນີ້, ຜູ້ນຳອາຊຽນ ແລະ ສະຫະລັດ ກໍໄດ້ຮັບຮອງເອົາຖະແຫລງການຮ່ວມວ່າດ້ວຍ ກອງປະຊຸມສຸດຍອດສະເຫລີມສະຫລອງການພົວພັນອາຊຽນ-ສະຫະລັດຄົບຮອບ 40 ປີ.
ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີຄັ້ງທີ 19 ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າຂອງການຮ່ວມມືອາຊຽນ-ສ.ເກົາຫລີ ໃນໄລຍະ 1 ປີຜ່ານມາ, ລວມທັງການຈັດຕັ້ງປະຕິບັດປີແລກປ່ຽນວັດທະນະທຳອາຊຽນ-ສ.ເກົາຫລີ ໃນປີ 2017 ແລະ ການສ້າງຕັ້ງສູນວັດທະນະທໍາອາຊຽນຢູ່ແຂວງປູຊານ ສ.ເກົາຫລີ, ຊຶ່ງໄດ້ເປີດໂຕຢ່າງເປັນທາງການໃນເດືອນກັນຍາ 2017 ຜ່ານມານີ້, ແນໃສ່ສົ່ງເສີມການແລກປ່ຽນດ້ານວັດທະນະທຳ, ຍົກສູງຄວາມຮັບຮູ້ ແລະ ຄວາມອົກເຂົ້າໃຈ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນຂອງສອງພາກພື້ນໃຫ້ນັບມື້ນັບຫລາຍຂຶ້ນ. ບັນດາຜູ້ນຳຍັງໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງອາຊຽນ ແລະ ສ.ເກົາຫລີ ແລະ ໄດ້ຢໍ້າເຖິງຄວາມສຳຄັນໃນການຮ່ວມມືລະຫວ່າງພາກທຸລະກິດ, ໂດຍສະເພາະແມ່ນຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ລວມທັງການສ້າງຂີດຄວາມສາມາດໃຫ້ແກ່ພາກທຸລະກິດຂອງອາຊຽນ, ການຮ່ວມມືເພື່ອຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການເຊື່ອມຈອດ ແລະ ອື່ນໆ.
ໃນກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນຄັ້ງທີ 20, ບັນດາຜູ້ນຳອາຊຽນ ແລະ ຍີ່ປຸ່ນ ໄດ້ຢໍ້າຄືນຄວາມໝາຍໝັ້ນທີ່ຈະເພີ່ມທະວີການຮ່ວມມືໃນດ້ານການເຊື່ອມຈອດ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການສ້າງຂີດຄວາມສາມາດ ແລະ ພັດທະນາຊັບພະຍາກອນມະນຸດ, ການແລກປ່ຽນຊາວໜຸ່ມ, ວຽກງານສາທາລະນະສຸກ, ການບັນເທົາທຸກໄພພິບັດ ແລະ ອື່ນໆ. ກອງປະຊຸມຍັງໄດ້ສະແດງຄວາມຍິນດີຕໍ່ຂໍ້ລິເລີ່ມຂອງຍີ່ປຸ່ນທີ່ຈະເພີ່ມທະວີການຮ່ວມມືກັບອາຊຽນໃນດ້ານການພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ດ້ານສິ່ງແວດລ້ອມ, ວຽກງານສາທາລະນະສຸກ, ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຂົງເຂດອື່ນໆ.
ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ (ສປຊ) ຄັ້ງທີ 9 ໄດ້ສະແດງຄວາມໝາຍໝັ້ນໃນການສືບຕໍ່ຮັດແໜ້ນການຮ່ວມມືລະຫວ່າງອາຊຽນ-ສປຊ, ແນໃສ່ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາພາກພື້ນ ແລະ ໃນໂລກ. ກອງປະຊຸມໄດ້ເຫັນດີໃຫ້ເພີ່ມທະວີການປະສານງານລະຫວ່າງສອງກອງເລຂາຢ່າງໃກ້ຊິດ ແລະ ເປັນລະບົບຂຶ້ນຕື່ມ ເພື່ອຮັບປະກັນໃຫ້ການຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025 ແລະ ວາລະ 2030 ເພື່ອການພັດທະນາແບບຍືນຍົງມີຄວາມກົມກຽວກັນ ແລະ ສົ່ງເສີມໃຫ້ແກ່ກັນ ແລະ ກັນ. ພ້ອນນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ບັນດາເຫດການທີ່ກໍາລັງເກີດຂຶ້ນໃນພາກພຶ້ນ ແລະ ໃນໂລກທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ.
ນອກນັ້ນ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນບວກສາມ ແລະ ສະພາທຸລະກິດອາຊີຕາເວັນອອກ, ໂດຍກອງປະຊຸມໄດ້ຮັບຟັງຂໍ້ສະເໜີຂອງຕົວແທນພາກທຸລະກິດຈາກບັນດາປະເທດອາຊຽນບວກສາມກ່ຽວກັບການເພີ່ມທະວີການມີສ່ວນຮ່ວມຂອງພາກທຸລະກິດໃນຂະບວນການເຊື່ອມໂຍງເສດຖະກິດພາກພື້ນ, ໂດຍສະເພາະແມ່ນໃນຂະບວນການເຈລະຈາສັນຍາການເປັນຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ ຫລື “RCEP”.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີຍັງໄດ້ພົບປະຫາລືການພົວພັນຮ່ວມມືສອງຝ່າຍກັບຄູ່ຮ່ວມຕຳແຫນ່ງຄື: ໃນວັນທີ 12 ພະຈິກນີ້, ໄດ້ພົບປະກັບທ່ານ ສົມເດັດ ຮຸນແຊນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ ແລະ ທ່ານ ດີມີຕຣີ ເມັດເວເດັບ ນາຍົກລັດຖະມົນຕີແຫ່ງ ສະຫະພັນລັດເຊຍ ແລະ ໃນວັນທີ 13 ພະຈິກ ໄດ້ພົບປະຫາລືແບບບໍ່ເປັນທາງການກັບທ່ານ ຫງວຽນ ຊວນ ຟູກ ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ແລະ ທ່ານ ແອນໂຕນີໂອ ກູເຕີເຣັດສ໌ ເລຂາທິການໃຫຍ່ອົງການສະຫະປະຊາຊາດ, ເຊິ່ງສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການເຊື່ອມສານລະຫວ່າງວິໄສທັດອາຊຽນ 2025 ກັບວາລະການພັດທະນາແບບຍືນຍົງ 2030 ແລະ ບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຮ່ວມກັນ.
+ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 31 ໄດ້ຫາລືຫລາຍບັນຫາ

