ພົບເຫັນບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ ແຂວງຫົວພັນ

ວັນທີ 7 ຕຸລາ 2024 ນີ້, ໂຄງການເກັບກູ້ລະເບີດແຂວງຫົວພັນ ນໍາໂດຍທ່ານ ພອນຈັນ ຄໍາປັນຍາ ຫົວໜ້າຫ້ອງການໂຄງການເກັບກູ້ລະເບີດແຂວງຫົວພັນ ພ້ອມດ້ວຍທີມງານສົມທົບກັບອຳນາດການປົກຄອງບ້ານ ໂພນທອງ ໄດ້ລົງກວດກາພື້ນທີ່ໆປະຊາຊົນພົບເຫັນບົມໃຫຍ່ 750 ປອນ ທີ່ຂົວນໍ້າຮາວ ບ້ານໂພນທອງ ເມືອງວຽງໄຊແຂວງຫົວພັນ.

ທ່ານ ສົມພິກ ພີມມະນີ ຊ່ຽວຊານທຳລາຍລະເບີດຂັ້ນສູງ (SEOD) ແຂວງຫົວພັນ ກ່າວວ່າ: ພາຍຫລັງໄດ້ຮັບແຈ້ງຈາກການນໍາເມືອງວຽງໄຊ ຄະນະໄດ້ແຕ່ງຕັ້ງທີມງານລົງສໍາຫລວດພື້ນທີ່ດັ່ງກ່າວ ພົບເຫັນ ບົມໃຫຍ່ 750 ປອນ ທີ່ມີຟີວຫົວ 103 ແລະ ຟີວກົ້ນ 100. ປັດຈຸບັນໂຄງການເກັບກູ້ລະເບີດແຂວງຫົວພັນພວມຂໍທິດຊີ້ນໍາຈາກ ໂຄງການເກັບກູ້ລະເບີດແຫ່ງຊາດ ເພື່ອສ້າງແຜນການທໍາລາຍລະເບີດດັ່ງກ່າວດ້ວຍວິທີການ ນໍາໃຊ້ກະແຈປາກແຂ້ເພື່ອຫັນຟີວອອກ (ກໍລະນີຫັນບໍ່ອອກແມ່ນຈະນໍາໃຊ້ແຜນເຫລັກຕັດຟີວບົມ ) ຖ້າຖອນໄດ້ສໍາເລັດແມ່ນຈະໄດ້ເຄື່ອນຍ້າຍບົມໄປທຳລາຍຢູ່ສະຖານທີ່ທໍາລາຍບົມໃຫຍ່ ໂຄງການເກັບກູ້ລະເບີດແຂວງຫົວພັນ ເພື່ອໃຫ້ມີຄວາມປອດໄພ.