ຈະໃຊ້ເຈົ້າໜ້າທີ່ 700 ກວ່າຄົນອຳນວຍຄວາມສະດວກການສັນຈອນໄລຍະກອງປະຊຸມອາຊຽນ

ພັນໂທ ສັງຄົມ ພົມມະລາດ, ຫົວໜ້າພະແນກຕໍາຫລວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ຈະນໍາໃຊ້ກໍາລັງ 700 ກວ່າຄົນ ອໍານວຍຄວາມສະດວກໃນການສັນຈອນໄປ-ມາ ໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 – 45 ແລະ ບັນດາກອງປະຊຸມປິ່ນອ້ອມ ເຊິ່ງຈະຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ຢ່າງເປັນທາງການໃນລະຫວ່າງ ວັນທີ 8-11 ຕຸລາ 2024.
ໂດຍໄດ້ກໍານົດຈຸດຕ່າງໆເອົາກໍາລັງໄປປະຈໍາການ ລວມມີ 200 ກວ່າຈຸດ ເພື່ອອໍານວຍຄວາມສະດວກໃຫ້ຂະບວນຂອງບັນດາການນໍາ ກໍຄື ແຂກທີ່ຈະເຂົ້າຮ່ວມກອງປະຊຸມ ລວມເຖິງການສັນຈອນໄປ-ມາຂອງບັນດາພາຫະນະຕາມເສັ້ນທາງສາຍຫລັກ ແລະ ທາງຮ່ອມຕ່າງໆ, ມີທັງເຂດວົງໃນ, ເຂດວົງນອກ ແລະ ເຂດຮອບນອກ, ລວມເຖິງບັນດາປ້ອມເຂົ້າ-ອອກເມືອງທີ່ຕິດກັບບັນດາແຂວງອ້ອມຂ້າງ ແລະ ອື່ນໆ ໃຫ້ມີຄວາມສະດວກ ແລະ ເປັນລະບຽບຮ້ອຍດີ.
ພ້ອມຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນໃນໄລຍະກອງປະຊຸມດັ່ງກ່າວ ຈົ່ງເອົາໃຈໃສ່ປະຕິບັດຕາມແຈ້ງການຂອງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ທີ່ໄດ້ປະກາດອອກໄປ, ລວມເຖິງ ປະຕິບັດຕາມຄໍາແນະນຳຂອງເຈົ້າໜ້າທີ່ກ່ຽວຂ້ອງທີ່ປະຈໍາຢູ່ຕາມແຕ່ລະເສັ້ນທາງຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ການສັນຈອນໄປ-ມາ ມີຄວາມສະດວກສະບາຍ ແລະ ຮັບປະກັນບໍ່ໃຫ້ມີອຸບັດຕິເຫດເກີດຂຶ້ນ.


