ເກີດເຫດຄາດຕະກຳ ຢູ່ເຂດບ້ານ ສີວິໄລ

ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານ 9 ໂມງຂອງວັນທີ 9 ພະຈິກ ນີ້, ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງວ່າ: ພົບເຫັນຊາຍໄວກາງຄົນນອນເສຍຊີວິດ ຢູ່ເຂດບ້ານ ສີວິໄລ ເມືອງ ໄຊທານີ ນະຄອນ ຫລວງວຽງຈັນ ແລ້ວໄດ້ຮີບຮ້ອນລົງສະຖານທີ່ເກີດເຫດ ຊຶ່ງພົບວ່າຜູ້ເສຍຊີວິດ ແມ່ນທ້າວ ສັງທອງ ອາຍຸ 42 ປີ ປັດຈຸບັນ ຢູ່ບ້ານ ໂພນຕ້ອງສະຫວາດ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ, ຊຶ່ງໄດ້ນຸ່ງໂສ້ງຂາສັ້ນ, ໃສ່ເສື້ອຍຶດສີແດງ ແລະ ຜູ້ກ່ຽວຖືກແທງດ້ວຍຂອງມີຄົມເປັນຈຳນວນຫລາຍບາດເຮັດໃຫ້ເສຍຊີວິດມາແລ້ວ 1 ວັນ, ຊຶ່ງຈາກການສືບສວນປະຊາຊົນທີ່ຢູ່ໃກ້ຄຽງພົບວ່າ: ກ່ອນເສຍຊີວິດ ແລງວັນທີ 8 ພະຈິກ ນີ້, ຜູ້ກ່ຽວໄດ້ຂີ່ລົດເກງ ມາຈອດຢູ່ເຂດຫໍປະຊຸມແຫ່ງຊາດ ແລະ ໄດ້ມີການຜິດຖຽງກັນກັບກຸ່ມຜູ້ຊາຍຈຳນວນໜຶ່ງ, ແລະ ໄດ້ມີການຕໍ່ສູ້ ກ່ອນຈະມາພົບເຫັນຜູ້ຕາຍນອນເສຍຊີວິດ ຢູ່ເຂດປ່າຫຍ້າ ບ້ານດັ່ງກ່າວ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງເກີດເຫດ ກຸ່ມຊາຍໄວລຸ້ນທີ່ຜິດຖຽງກັນໄດ້ນຳເອົາລົດຂອງຜູ້ຕາຍໄປຈອດຖີ້ມເຂດເສັ້ນທາງ ບ້ານ ປາກຊາບ ເມືອງ ໄຊທານີ ນະຄອນຫລວງວຽງຈັນ ເພື່ອປິດບັງການກະທຳຜິດ, ໂດຍຄາດວ່າສາເຫດການຄາດຕະກຳ ອາດຍ້ອນບັນຫາໜີີ້ສິນ, ປັດຈຸບັນເຈົ້າໜ້າທີ່ກຳລັງເລັ່ງສືບສວນ-ສອບສວນ ແລະ ນຳຈັບຕົວຜູ້ກະທຳຜິດມາດຳເນີນຄະດີ.

