ເຊັນສັນຍາຮັບເໝົາໂຄງການກໍ່ສ້າງ ອະນຸສອນສະຖານບັ້ນຮົບນໍ້າບາກ ມູນຄ່າ 19.94 ຕື້ກວ່າກີບ

ວັນທີ 20 ກັນຍາ 2024 ນີ້ ກອງບັນຊາການທະຫານແຂວງຫລວງພະບາງ ເຊັນສັນຍາ ຮັບເໝົາການກໍ່ສ້າງ ໂຄງການກໍ່ສ້າງ ອະນຸສອນສະຖານບັ້ນຮົບນໍ້າບາກ ໂດຍການຮ່ວມລົງນາມຂອງ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ແລະ ທ່ານ ຄໍາຫລ້າ ດວງພະສຸກ ປະທານບໍລິສັດ ຜູ້ຮັບເໝົາກໍ່ສ້າງ  ມີທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ ພ້ອມດ້ວຍຄະນະບັນຊາ ກອງບັນຊາການທະຫານແຂວງ ເຂົ້າຮ່ວມ.

ໂຄງການກໍ່ສ້າງອະນຸສອນສະຖານບັ້ນຮົບນໍ້າບາກ ເມືອງນ້ຳບາກ ແຂວງຫລວງພະບາງ ມູນຄ່າລວມ ຫຼາຍກວ່າ19 ຕື້ 940 ລ້ານກວ່າກີບ,  ການກໍ່ສ້າງເປັນສັນຍາແຕ່ລະໄລຍະ, ສະເພາະໄລຍະທີ່ 1 ອົງການປົກຄອງແຂວງ ເຫັນດີໃຫ້ເຊັນສັນຍາກັບຜູ້ຮັບເໝົາ ໃນມູນຄ່າ 4 ຕື້ກີບ ຕາມມະຕິຂອງຄະນະປະຈຳສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ການສະເໜີຂໍນຳໃຊ້ບ້ວງເງິນເກີນແຜນ ປີ 2023 ຂອງແຂວງ, ສ່ວນມູນຄ່າຍັງເຫລືອ ແມ່ນຈະສືບຕໍ່ຈັດຕັ້ງປະຕິບັດ ພາຍຫລັງລັດຖະບານໄດ້ອະນຸມັດ ຫຼື ມີການຮັບຮອງຈາກສະພາ ໃນການຈັດຕັ້ງປະຕິບັດ.

ໂຄງການກໍ່ສ້າງ ອະນຸສອນສະຖານບັ້ນຮົບນໍ້າບາກ ເມືອງນ້ຳບາກ ແຂວງຫລວງພະບາງ ເປັນໂຄງການໜຶ່ງທີ່ມີຄວາມໝາຍສຳຄັນທາງດ້ານການເມືອງ ແລະປະຫວັດສາດຂອງຊາດລາວ ເພື່ອຫວນຄືນມູນເຊື້ອການຕໍ່ສູ້ກູ້ຊາດ ອັນພິລະອາດຫານຂອງນັກຮົບປະຕິວັດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເພື່ອຄວາມຢູ່ເຢັນເປັນສຸກ ຂອງປະຊາບັນດາເຜົ່າໃນປັດຈຸບັນ ເວົ້າສະເພາະ ແມ່ນປະຊາຊົນຊາວແຂວງຫລວງພະບາງ ເພື່ອສ້າງເປັນແຫລ່ງທ່ອງທ່ຽວທາງປະຫວັດສາດ ເປັນບ່ອນຮຽນຮູ້ປູກຈິດສຳນຶກໃຫ້ຄົນຮຸ່ນຫລັງ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງໂຄງການ. ພັກ-ລັດຖະບານ ກໍ່ຄືການນຳແຂວງຫລວງພະບາງ ຈຶ່ງໄດ້ຕົກລົງໃຫ້ສໍາຫລວດ-ອອກແບບ ມີການຮັບຮອງແບບ, ຮັບຮອງລາຄາ ແລະໄດ້ປະເມີນຜົນໂຄງການ, ໂດຍໄດ້ມີການເປີດປະມູນໂຄງການ ເພື່ອຄັດເລືອກເອົາບໍລິສັດທີ່ມີເງື່ອນໄຂຈະມາຮັບເໝົາກໍ່ສ້າງ ໃຫ້ໂຄງການໄດ້ດຳເນີນລົງມືກໍ່ສ້າງ ໃຫ້ສຳເລັດຕາມແຜນການໂດຍໄວ.

ທີ່ມາ: ຂ່າວທະຫານແຂວງຫລວງພະບາງ