ປະກາດແຕ່ງຕັ້ງທ່ານ ໄຊນະຄອນ ອິນທະວົງ ເປັນຮອງເຈົ້າແຂວງ ແຂວງຜົ້ງສາລີ ຄົນໃໝ່

ວັນທີ 20 ກັນຍາ 2024 ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງຜົ້ງສາລີ ໄດ້ຈັດພິທີປະກາດຍົກຍ້າຍທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງ ແຂວງຜົ້ງສາລີ ຄົນໃໝ່. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການ ກົມການເມືອງ ສູນກາງພັກ ປະທານສູນກາງແນວລາວສ້າງຊາດ.