ສະຖານະການແມ່ນໍ້າຂອງ ຫລວງພະບາງນໍ້າຫລຸດລົງແລ້ວ ຊຽງຄານ-ໜອງຄາຍອາດຖ້ວມຮອດວັນທີ 19 ກັນຍາ

     ຄະນະກໍາມາທິການແມ່ນໍ້າຂອງ (Mekong River Commission) ອອກປະກາດວັນທີ 14 ກັນຍາວ່າ: ໜ່ວຍງານຕິດຕາມ ແລະ ພະຍາກອນລະດັບນໍ້າໃນແມ່ນໍ້າຂອງລາຍງານວ່າ: ລະດັບນໍ້າຢູ່ຫລວງພະບາງຂອງ ສປປ ລາວ ເຊົ້າວັນທີ 14 ກັນຍາ ຢູ່ລະດັບ 18.58 ແມັດ ເຊິ່ງຫລຸດລົງ, ແຕ່ຍັງສູງກວ່າລະດັບນໍ້າຖ້ວມ ໂດຍຄາດວ່າລະດັບນໍ້າຈະຫລຸດລົງຕໍ່າກວ່າລະດັບນໍ້າຖ້ວມໃນວັນທີ 15 ກັນຍາ.

     ສ່ວນຢູ່ຊຽງຄານ ແລະ ນະຄອນຫລວງວຽງຈັນ ນໍ້າຍັງຢູ່ໃນລະດັບນໍ້າຖ້ວມ ໂດຍຄາດວ່າຈະຫລຸດລົງສູ່ລະດັບເຕືອນໄພໃນວັນທີ 19 ກັນຍາ. ຂະນະທີ່ແຂວງໜອງຄາຍຂອງປະເທດໄທ ສະຖານະການນໍ້າຈະຍັງຖ້ວມຕໍ່ໄປຈົນຮອດວັນທີ 19 ກັນຍາ.

     ທັງນີ້, ການພະຍາກອນຝົນຕົກໜັກໃນ 24 ຊົ່ວໂມງຕໍ່ໜ້າ ຄາດວ່າຈະມີຝົນຕົກໜັກຢູ່ ສປປ ລາວ, ກໍາປູເຈຍ ແລະ ພາກຕາເວັນອອກສຽງເໜືອຂອງໄທ ໂດຍສະເພາະວັນທີ 15-16 ກັນຍາ.

ອ້າງອີງ: