ໂຄງການສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນ ເພື່ອການພັດທະນາສີຂຽວໃນລາວ ຊ່ວຍເພີ່ມທັກສະ-ຄວາມສາມາດດ້ານສື່ຢ່າງມີຄຸນນະພາບ

ວັນທີ 29 ສິງຫາ 2024, ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ອົງການແຄຣ໌ນາໆຊາດປະຈໍາ ສປປ ລາວ ຈັດກອງປະຊຸມສະຫລຸບ-ລາຍງານ ການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ 2024 ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນໂດຍການມີສ່ວນຮ່ວມ ຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນ ສປປ ລາວ (GAMCIL).
ກອງປະຊຸມ ໄດ້ຟັງ ແລະ ປະກອບຄຳເຫັນໃສ່ບົດສະຫລຸບ ແລະ ລາຍງານຜົນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການໄລຍະ 6 ເດືອນຕົ້ນປີ ແລະ ແຜນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ 6 ເດືອນທ້າຍປີ 2024 ຊຶ່ງລວມມີການຈັດຝຶກອົບຮົມໃນ 6 ຫົວຂໍ້ຫລັກເຊ່ັນ: ທັກສະຂອງນັກຂ່າວ ແລະ ການຄຸ້ມຄອງຂ່າວທີ່ດີ; ນັກຂ່າວໃນຍຸກດີຈີຕອນ ແລະ ເຕັກໂນໂລຊີແບບໃໝ່; ບົດບາດຄວາມສະເໝີພາບ ຍິງ-ຊາຍ ໃນຍຸກດີຈີຕອນ ແລະ ເຕັກໂນໂລຊີ ເພື່ອການພັດທະນາສີຂຽວ ແລະ ມາດຕະຖານຂໍ້ມູນຂ່າວສານຄຸນນະພາບສີຂຽວ.
ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ອະດີດຮອງ ລັດຖະ ມົນຕີກະຊວງ ຖວທ ກ່າວວ່າ: ໂຄງການນີ້ມີຫລາຍກິດຈະກໍາ ໄດ້ຈັດຕັ້ງປະຕິບັດມາແລ້ວໄລຍະໜຶ່ງຕາມແຜນຂອງໂຄງການ, ເປັນຕົ້ນການສ້າງເວັບໄຊ ຂອງສະມາຄົມ ແລະ ການລົງສໍາຫລວດເກັບກໍາຂໍ້ມູນນໍານັກຂ່າວ ທົ່ວປະເທດ ເພື່ອມາອອກແບບ ແລະ ສ້າງຫລັກສູດສໍາລັບສິດສອນ ແລະ ແຜນຝຶກອົບຮົມໃຫ້ນັກຂ່າວໃນຂອບເຂດທົ່ວປະເທດ, ໃນຍຸກຂໍ້ມູນຂ່າວສານຜ່ານລະບົບດິຈີຕອນ, ໂດຍສະເພາະແມ່ນການຈັດເວທີເສວະນາກ່ຽວກັບການນໍາໃຊ້ປັນຍາປະດິດ ແລະ ສິ່ງທ້າທາຍສໍາລັບສື່ມວນຊົນລາວ” ເນື່ອງໃນໂອກາດວັນສື່ມວນຊົນລາວ 13 ສິງຫາ ຄົບຮອບ 74 ປີ ແລະ ໃນຕໍ່ໜ້າ ທາງໂຄງການຈະປະຕິບັດກິດຈະກຳຈຳນວນໜຶ່ງພາຍໃຕ້ຂອບການຮ່ວມມືຂອງສະມາຊິກສະມາພັນນັກຂ່າວອາຊຽນ, ຈະໄດ້ນໍາເອົານັກຂ່າວທີ່ໄດ້ຮັບຄັດເລືອກໄປທັດສະນາສຶກສາຢູ່ບາງແຂວງທີ່ມີໂຄງການຕົວແບບວ່າດ້ວຍການພັດທະນາສີຂຽວແບບຍືນຍົງ, ລວມທັງໄປຝຶກອົບຮົມ ແລະ ແລກປ່ຽນບົດຮຽນ ຢູ່ບາງປະເທດສະມາຊິກອາຊຽນຕື່ມອີກ.
ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງ ຖວທ ກ່າວວ່າ: ໂຄງການສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນ ເພື່ອການພັດທະນາສີຂຽວໃນລາວ ຊ່ວຍເພີ່ມທັກສະ-ຄວາມສາມາດດ້ານສື່ຢ່າງມີຄຸນນະພາບໄດ້ຮັບການສະໜັບສະໜູນທຶນຈາກສະຫະພາບເອີຣົບເປັນໄລຍະເວລາ 4 ປີ ແຕ່ປີ 2023-2027 ເພື່ອຊ່ວຍສົ່ງເສີມໃຫ້ບັນດາສື່ມວນຊົນຂອງລັດ ແລະ ສື່ທາງສັງຄົມ ທີ່ໄດ້ລົງທະບຽນຖືກຕ້ອງຕາມກົດໝາຍ ຢູ່ ສປປ ລາວ ໃຫ້ໄດ້ຮັບການຍົກລະດັບທັກສະທາງດ້ານວິຊາຊີບ ກໍຄື ລະບຽບກົດໝາຍ, ຫລັກນິຕິກໍາ ແລະ ຫລັກຈັນຍາບັນດ້ານສື່ມວນຊົນ, ລວມທັງ ວິທີການນໍາໃຊ້ເຕັກໂນໂລຊີມາຊ່ວຍ ຕັດຂັ້ນຕອນ ແລະ ຫຼຸດເວລາໃນການມາຜະລິດສື່ ໃນນີ້ມີທັງສື່ດັ້ງເດີມ ແລະ ສື່ດີຈິຕອນ, ໂດຍສະເພາະ ສື່ສັງຄົມອອນລາຍ ຢ່າງສ້າງສັນ ແລະ ເປັນປະໂຫຍດ.


