ກຽມປັບຂຶ້ນອັດຕາດອກເບ້ຍພື້ນຖານຂອງສະກຸນເງິນກີບ ແລະ ອັດຕາເງິນແຮຝາກບັງຄັບສະກຸນເງິນຕາຕ່າງປະເທດ

ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ ກ່າວວ່າ: ສະພາບເສດຖະກິດຂອງ ສປປ ລາວ ຍັງມີຄວາມກົດດັນຫລາຍດ້ານ ເຊັ່ນ: ເສດຖະກິດຍັງຄາດວ່າຈະຂະຫຍາຍຕົວທີ່ມາຈາກການບໍລິໂພກເປັນຕົ້ນຕໍ, ການຂາດດຸນການຄ້າ ແລະ ພັນທະການຊຳລະໜີ້ກັບຕ່າງປະເທດ ພາໃຫ້ຍັງມີຄວາມບໍ່ສົມດຸນ ລະຫວ່າງຄວາມຕ້ອງການ ແລະ ການສະໜອງເງິນຕາຕ່າງປະເທດ. ສະເພາະຢູ່ຂະແໜງ ທະນາຄານເອງເຫັນວ່າສິນເຊື່ອຍັງສືບຕໍ່ມີການຂະຫຍາຍຕົວ ເຊິ່ງປັດໄຈເລົ່ານີ້ເປັນແຮງກົດດັນຕໍ່ກັບຄ່າເງິນກີບ ແລະ ອັດຄາເງິນເຟີ້ ສະນັ້ນ ທຫລ ມີຄວາມຈຳເປັນຕ້ອງສືບຕໍ່ດຳເນີນນະໂຍບາຍເງິນຕາທີ່ຮັດກຸມຂຶ້ນຕື່ມ. ໂດຍຄະນະກຳມະການ ນະໂຍບາຍເງິນຕາໄດ້ມີມັດຕິຊີ້ນຳ ຄື:

  1. ປັບຂຶ້ນອັດຕາດອກເບ້ຍພື້ນຖານຂອງ ທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ ຈາກ 10% ເປັນ 10.5% ຕໍ່ປີ.
  2. ປັບຂຶ້ນອັດຕາເງິນແຮຝາກບັງຄັບສະກຸນເງິນຕາຕ່າງປະເທດ ຈາກ 10% ເປັນ 11%.
  3. ສືບຕໍ່ດຳເນີນນະໂຍບາຍອັດຕາແລກປ່ຽນຕາມກົດໄກຕະຫລາດທີ່ມີການຄຸ້ມຄອງຂອງລັດ ແລະ ເລັ່ງເປີດຕະຫລາດແລກປ່ຽນເງິນຕາຕ່າງປະເທດທີ່ລວມສູນ.
  4. ສືບຕໍ່ຈັດຕັ້ງປະຕິບັດມາດຕະການຄຸ້ມຄອງເງິນຕາຕ່າງປະເທດ ແລະ ພັດທະນາລະບົບຊຳລະສະສາງໃຫ້ເຊື່ອມຈອດກັນລະຫວ່າງ ທະນາຄານພາຍໃນ ແລະ ສາມາດໃຫ້ເຊື່ອມຈອດກັບສາກົນ ເພື່ອຊຸກຍູ້ສົ່ງເສີ່ມການນຳໃຊ້ເງິນກີບ.