ຄະນະວິທະຍາສາດສັງຄົມ ມຊ ເປີດຮັບສະໝັກສອບເສັງເອົານັກສຶກສາເຂົ້າຮຽນຫລັກສູດຕໍ່ເນື່ອງປະລິນຍາຕີ

ວັນທີ 14 ສິງຫາ 2024, ຄະນະບໍດີ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ອອກແຈ້ງການເປີດຮັບສະໝັກສອບເສັງເອົານັກສຶກສາເຂົ້າຮຽນຫລັກສູດ ຕໍ່ເນື່ອງປະລິນຍາຕີ ທີ່ຄະນະວິທະຍາສາດສັງຄົມ ໃນສາຂາ ວິທະຍາສາດການເມືອງ; ບໍລິຫານລັດຖະກິດ; ການທ່ອງທ່ຽວ ແລະ ການໂຮງແຮມ.

ລະບົບເຂົ້າຮຽນພາກເຊົ້າ ວັນສຸກ-ວັນເສົາ ເວລາ 8:00-16:30, ພາກຄໍ່າ ວັນຈັນ-ພະຫັດ ເວລາ 17:00-20:00 (ພາກຄໍ່າຈະພິຈາລະນາເປີດຕາມຈໍານວນນັກສຶກສາທີ່ສະໝັກເຂົ້າຮຽນ).

ເປີດຂາຍເອກະສານສະໝັກ ວັນທີ 15 ສິງຫາ 2024 ແລະ ຮັບເອກະສານສະໝັກ ວັນທີ 16 ສິງຫາ -13 ກັນຍາ 2024.

ສ່ວນການສອບເສັງແມ່ນ ວັນທີ 14 ກັນຍາ 2024, ເວລາ 13:30-15.00 ໂມງ ທີ່ຕຶກສາມຊັ້ນຄະນະວິທະຍາສາດສັງຄົມ.