ຈັບຕົວຜູ້ຄ້າ-ຂາຍຢາເສບຕິດ ໄດ້ 2 ຄົນ ຢຶດຢາບ້າເກືອບ 44,000 ເມັດ ພ້ອມ ອາວຸດເສິກ

ວັນທີ 12 ສິງຫາ 2024 ນີ້, ຂ່າວ ປກສ ແຂວງວຽງຈັນ ລາຍງານວ່າ: ວັນທີ 11 ກໍລະກົດຜ່ານມານີ້ ເຈົ້າໜ້າທີ່ຕໍາຫລວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ກັກຕົວເປົ້າ ໝາຍຄ້າຂາຍ-ຢາເສບຕິດ ໄດ້ 2 ຄົນ ຢູ່ເຂດບ້ານໂພນສີໃຕ້ ເມືອງໂພນໂຮງຄື: ທ້າວ ອານຸສອນ ອາຍຸ 32 ປີ, ກຳມະກອນ ຢູ່ບ້ານໂພນສີໃຕ້ ເມືອງໂພນໂຮງ ແຂວງວຽງຈັນ ຖານຄ້າ-ຂາຍຢາເສບຕິດ, ມີປືນສັ້ນ 1 ກະບອກ ແລະ ລູກປືນ 21 ລູກ ພ້ອມຂອງກາງຢາບ້າຫຼາຍກວ່າ 13.500 ເມັດ ແລະ ທ້າວ ໂຕ້ນ ອາຍຸ 43 ປີ, ກຳມະກອນ ຢູ່ບ້ານ ກະລະ ເມືອງສາລະວັນ ແຂວງສາລະວັນ ພ້ອມຂອງກາງຢາບ້າ 30.000 ກວ່າເມັດ ແລະ ຢາໄອສ 1,69 ກຣາມ ມາສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ພວກກ່ຽວ 2 ຄົນ ຮັບສາລະພາບວ່າ: ຢາເສບຕິດຈຳນວນດັ່ງກ່າວເປັນຂອງພວກຕົນແທ້, ໂດຍທ້າວ ອານຸສອນ ໄດ້ຕິດຕໍ່ຊື້ຢາບ້ານຳທ້າວ ໂຕ້ນ ຈຳນວນ 2 ແພັກ 12.000 ເມັດ ໃນລາຄາ 46 ລ້ານກີບ ເພື່ອເອົາໄປຂາຍໃຫ້ກຸ່ມມົ້ວສຸມຢາເສບຕິດທົ່ວໄປ ສ່ວນທ້າວ ໂຕ້ນ ແມ່ນຊື້ຢາບ້ານຳຄົນບໍ່ຮູ້ຊື່ 2 ແພັກ ໃນລາຄາ 40 ລ້ານກີບ ແລ້ວເອົາມາຂາຍໃຫ້ທ້າວ ອານຸສອນ ໃນລາຄາ 46 ລ້ານກີບ, ການເຄື່ອນໄຫວຊື້-ຂາຍ ຢາເສບຕິດຂອງພວກກ່ຽວສອງຄົນ ແມ່ນມີການຊື້-ຂາຍມາແລ້ວຫລາຍຄັ້ງ ແລະ ມີອາວຸດເສິກໄວ້ໃນຄອບຄອງ.

ປັດຈຸບັນເຈົ້າໜ້າທີ່ວິຊາສະເພາະ ພວມເລັ່ງດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາກຸ່ມແກ້ງ, ເຄືອຂ່າຍ, ຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍໃຫ້ໄດ້ໂດຍໄວ.