ແຂວງບໍ່ແກ້ວຈະລົບລ້າງກຸ່ມຄໍເຊັນເຕີໃຫ້ສຳເລັດໃນເດືອນສິງຫາ ກວດລ້າງແລ້ວ 240 ຫົວໜ່ວຍ ຈັບໄດ້ທັງໝົດ 1.389 ຄົນ

ວັນທີ 9 ສິງຫາ 2024 ແຂວງບໍ່ແກ້ວຈັດກອງປະຊຸມດຳເນີນການລົບລ້າງກຸ່ມແກ້ງ ສໍ້ໂກງທາງໂທລະຄົມ (Call Center ) ຂ້າມຊາດ ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໂດຍການເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ມີສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ບັນດາຕາງໜ້າຈາກກະຊວງ ປກສ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງ ແຜນການ ແລະ ການລົງທຶນ, ຫ້ອງວ່າການສຳນັກງານນາຍົກ, ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພົຈວ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ລາຍງານການຈັດຕັ້ງປະຕິບັດ ການເຜີຍແຜ່ລະບຽບ, ກົດໝາຍ ປຸກລະດົມຂົນຂວາຍບັນດາຫົວໜ່ວຍທຸລະກິດ ທີ່ເຄື່ອນໄຫວສໍ້ໂກງທາງໂທລະຄົມຫັນປ່ຽນເປັນກິດຈະການໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ແຜນດໍາເນີນການລົບລ້າງກຸ່ມແກ້ງເຄື່ອນໄຫວສໍ້ໂກງທາງໂທລະຄົມ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຕໍ່ກອງປະຊຸມວ່າ: ໃນທ້າຍປີ 2022 ກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບສະພາບໍລິຫານເຂດ, ຄະນະຄຸ້ມຄອງເຂດ, ຂະແໜງການແຮງງານປະຈຳເຂດ ຈັດຕັ້ງຄະນະສະເພາະກິດດໍາເນີນການກວດກາ, ຂຶ້ນບັນຊີເປົ້າໝາຍບັນດາຫົວໜ່ວຍທຸລະກິດຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ທີ່ເຄື່ອນໄຫວສໍ້ໂກງທາງໂທລະຄົມ (Call Center) ມີຈໍານວນ 306 ຫົວໜ່ວຍ ຖືກດໍາເນີນຄະດີ 01 ຫົວໜ່ວຍ ຍັງ 305 ຫົວໜ່ວຍ. ຕົກມາຮອດຕົ້ນປີ 2024 ທາງຄະນະຄຸ້ມຄ້ອງເຂດ, ສະພາບໍລິຫານເຂດ ໄດ້ດໍາເນີນການກວດກາຄືນໃໝ່ ເຫັນວ່າ ບັນດາຫົວໜ່ວຍທີ່ຍັງສືບຕໍ່ເຄື່ອນໄຫວສໍ້ໂກງທາງໂທລະຄົມ (Call Center) ແມ່ນເພີ່ມຂຶ້ນ ຈາກ 305 ຫົວໜ່ວຍ ມາເປັນ 400 ຫົວໜ່ວຍ.

ໃນໄລຍະຜ່ານມາ, ກອງບັນຊາການ ປກສ ເຂດ ເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ຮ່ວມມືກັບສະພາບໍລິຫານເຂດ, ຄະນະຄຸ້ມຄອງເຂດ, ຄະນະປະສານງານທະຫານເຂດ, ກຳລັງ ປກສ ຈາກສູນກາງ, ທ້ອງຖິ່ນ, ເຈົ້າໜ້າທີ່ຕໍາຫຼວດ ສປ ຈີນ ແລະ ສສ ຫວຽດນາມ ຈັດຕັ້ງຄະນະສະເພາະກິດດໍາເນີນການລົບລ້າງ, ຮື້ຖອນແລ້ວ ຈໍານວນ 9 ຄັ້ງ, ມ້າງໄດ້ 240 ຫົວໜ່ວຍ, ກັກຕົວຜູ້ຖືກຫາໄດ້ທັງໝົດ 1.389 ຄົນ, ຍິງ 83 ຄົນ ໃນນີ້ ເປັນຄົນ ສັນຊາດຈີນ 1.211 ຄົນ, ຍິງ 53 ຄົນ; ສັນຊາດຫວຽດນາມ 145 ຄົນ, ຍິງ 25 ຄົນ; ສັນຊາດມາເລເຊຍ 16 ຄົນ, ຍິງ 02 ຄົນ; ສັນຊາດເອທິໂອເປຍ 13 ຄົນ; ສັນຊາດມຽນມາ 04 ຄົນ, ຍິງ 03 ຄົນ. ຕໍ່ກັບເປົ້າໝາຍຜູ້ ຖືກຫາຈໍານວນດັ່ງກ່າວ ພ້ອມທັງວັດຖຸເຄື່ອງຂອງກາງ ທີ່ກວດກັກໄດ້ໃນແຕ່ລະຄັ້ງ ເຈົ້າໜ້າທີ່ຝ່າຍລາວ ໄດ້ດໍາເນີນການສ້າງບົດບັນທຶກມອບສົ່ງໃຫ້ເຈົ້າໜ້າທີ່ແຕ່ລະປະເທດທີ່ກ່ຽວ ຂ້ອງນໍາໄປດຳເນີນຄະດີຕາມລະບຽບ, ກົດໝາຍ. ປັດຈຸບັນ, ບັນດາຫົວໜ່ວຍເຄື່ອນໄຫວສໍ້ໂກງທາງໂທລະຄົມ (Call Center) ທີ່ໄດ້ກວດກາຂຶ້ນບັນຊີທັງໝົດ 400 ຫົວໜ່ວຍ, ຖືກລົບລ້າງແລ້ວ 240 ຫົວໜ່ວຍ ແລະ ໄດ້ຫັນປ່ຽນຈາກ (Call Center) ມາເປັນ ຄາຊິໂນອອນລາຍແລ້ວ 37 ຫົວໜ່ວຍ, ຄາດກະຍັງເຄື່ອນໄຫວຍຢູ່ປະມານ 100 ກວ່າ ຫົວໜ່ວຍ.
ພາຍຫຼັງສຳເລັດກອງປະຊຸມໃນຄັ້ງນີ້ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຈະເປັນເຈົ້າການໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການລົບລ້າງບັນດາຫົວໜ່ວຍທີ່ຍັງສືບຕໍ່ເຄື່ອນໄຫວສໍ້ໂກງທາງໂທລະຄົມ (Call Center) ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຢ່າງເດັດຂາດ ເປັນຕົ້ນແມ່ນ:
1). ນັບແຕ່ວັນທີ 9 – 25 ສິງຫາ 2024 ໃຫ້ບັນດາໜ່ວຍທີ່ຍັງສືບຕໍ່ເຄື່ອນໄຫວສໍ້ໂກງທາງໂທລະຄົມ (Call Center) ຢຸດເຊົາການເຄື່ອນໄຫວສໍ້ໂກງທາງໂທລະຄົມ (Call Center) ຢ່າງເດັດຂາດ ພ້ອມທັງຮື້ ຖອນອະປະກອນເຕັກນິກຮັບໃຊ້ໃຫ້ແກ່ການເຄື່ອນໄຫວສໍ້ໂກງທາງໂທລະຄົມ (Call Center) ອອກຈາກ ອາຄານທັງໝົດ;
2). ເຈົ້າຂອງກິດຈະການຕ້ອງມີຄວາມຮັບຜິດຊອບຕໍ່ລູກຈ້າງໃນການຈ່າຍເງີນຄ່າແຮງງານ, ອໍານວຍຄວາມສະດວກໃນການເດີນທາງກັບປະເທດ. ເຊິ່ງເຈົ້າໜ້າທີ່ພວກເຮົາຈະເພີ່ມທະວີການຕິດຕາມ, ກວດກາ ຢ່າງເຂັ້ມງວດຕໍ່ເຈົ້າຂອງກິດຈະການ ເພື່ອປ້ອງກັນບໍ່ໃຫ້ມີການຫລົບໜີ.
3). ຫຼັງຈາກວັນທີ 25 ສິງຫາ 2024 ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຈະເປັນເຈົ້າການໃນການປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງຄະນະສະເພາະກິດ ດໍາເນີນການກວດກາ, ຈັບກຸມບັນດາຫົວໜ່ວຍ ທີ່ຍັງຝາຝືນ ສືບຕໍ່ເຄື່ອນໄຫວສໍ້ໂກງທາງໂທລະຄົມ (Call Center) ມາດໍາເນີນຄະດີຕາມລະບຽບ, ກົດໝາຍຢ່າງເດັດຂາດ.

