6 ເດືອນຕົ້ນປີ ດ່ານພາສີສາກົນຂົວມິດຕະພາບ III ເກັບລາຍຮັບໄດ້ 377 ຕື້ກີບ ຫລັກໆແມ່ນໄດ້ຈາກການນໍາເຂົ້ານໍ້າມັນເຊື້ອໄຟ

ທ່ານ ບຸນທະນົງສັກ ເທບພາລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ III ແຂວງຄຳມ່ວນ ລາຍງານວ່າ: ໃນປີ 2024 ດ່ານພາສີສາກົນຂົວມິດຕະພາບ III ໄດ້ຮັບຕົວເລກມອບໝາຍຈັດເກັບລາຍຮັບເຂົ້າງົບປະມານທັງໝົດ 697 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີສາມາດຈັດເກັບໄດ້ 377 ຕື້ກີບ ຫລື ເທົ່າກັບ 54,14% ຂອງແຜນການປີ ແລະ ຄາດຄະເນລາຍຮັບໝົດປີຈະສູ້ຊົນປະຕິບັດໄດ້ 725.95 ຕື້ກວ່າກີບ ຫລື ເທົ່າກັບ 104,15% ຂອງແຜນການປີ. ລາຍຮັບຫລັກຂອງການຈັດເກັບລາຍຮັບ ແມ່ນມາຈາກສິນຄ້າປະເພດນໍ້າມັນເຊື້ອໄຟ ທີ່ນໍາເຂົ້າມາເສຍພາສີອາກອນເພື່ອຊົມໃຊ້ພາຍໃນກວມເອົາ 34,25% ແລະ ສິນຄ້າປະເພດເຄື່ອງດື່ມຊູກໍາລັງ (ກະທິງແດງກະປ໋ອງ) ທີ່ນໍາເຂົ້າ-ສົ່ງອອກຕໍ່ກວມ 31,29% ແລະ ສິນຄ້າປະເພດອື່ນໆ.

ເພື່ອເຮັດໃຫ້ການຈັດເກັບລາຍຮັບໃນປີ 2024 ບັນລຸຕາມແຜນ ຫລື ລື່ນແຜນການທີ່ວາງໄວ້, ຄະນະດ່ານພາສີສາກົນຂົວມິດຕະພາບ III ຕ້ອງໄດ້ເອົາໃຈໃສ່ເຮັດວຽກແນວຄິດ-ການເມືອງກັບພະນັກງານ-ລັດຖະກອນ (ພາສີ) ເຂົ້າໃຈຢ່າງເລິກເຊິ່ງກັບໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ປະສານງານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທີ່ປິ່ນອ້ອມພາຍໃນດ່ານ, ຂະແໜງການກ່ຽວຂ້ອງຂອງແຂວງ ແລະ ພາກສ່ວນອື່ນ, ເພື່ອເຮັດວຽກງານປະສົບຜົນສໍາເລັດ, ສົມທົບກັບບັນດາດ່ານໃກ້ຄຽງ, ອໍານວຍຄວາມສະດວກບົນພື້ນຖານຖືກຕ້ອງຕາມລະບຽບກົດໝາຍ, ໂຄສະນາເຜີຍແຜ່-ເຊື່ອມຊຶມລະບຽບກົດໝາຍໃຫ້ຜູ້ປະກອບການທຸລະກິດການນໍາເຂົ້າ-ສົ່ງອອກ ຫລື ພາກສ່ວນຜູ້ທີ່ມາບໍລິການຜ່ານດ່ານໃຫ້ຮັບຮູ້-ເຂົ້າໃຈກ່ຽວກັບລະບົບການແຈ້ງພາສີທີ່ທັນສະໄໝ, ຮັບປະກັນໃຫ້ມີຄວາມສະດວກ, ວ່ອງໄວ, ຖືກຕ້ອງຕາມລະບຽບກົດໝາຍ.