ນາຍົກລັດຖະມົນຕີ ລົງຊຸກຍູ້ວຽກງານແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ຢູ່ແຂວງໄຊຍະບູລີ

ວັນທີ 6 ສິງຫາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ຢູ່ແຂວງໄຊຍະບູລີ ໂດຍໄດ້ພົບປະໂອ້ລົມການນຳຫລັກ ແຫລ່ງແຂວງ ແລະ ຟັງລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດບັນດາມາດຕະການການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ໄລຍະ 6 ເດືອນຕົ້ນປີ 2024 ໂດຍສະເພາະ ໄພເງິນເຟີ້, ລາຄານໍ້າມັນເຊື້ອໄຟ ແລະ ສິນຄ້າແພງ, ຄ່າຄອງຊີບສູງ, ບວກກັບໄພທຳມະຊາດ, ການລະບາດພະຍາດຄົນ-ສັດ ແລະ ປະກົດການຫຍໍ້ທໍ້ດ້ານຕ່າງໆ.

ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ການນຳແຂວງໄຊຍະບູລີສືບຕໍ່ເອົາໃຈໃສ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ; ແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມຕາມມາດຕະການທີ່ກຳນົດໄວ້ໃຫ້ເຂັ້ມງວດ, ເດັດຂາດ ແລະ ຫລຸດໜ້ອຍຖອຍລົງເປັນກ້າວໆ;  ເຄັ່ງຄັດແກ້ໄຂບັນຫາສິນຄ້າ ແລະ ພາຫະນະ ທີ່ນຳເຂົ້າບໍ່ຖືກຕ້ອງ; ນຳໃຊ້ຄວາມສາມາດ ແລະ ທ່າແຮງບົ່ມຊ້ອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ເກີດປະໂຫຍດສູງສຸດ ບົນພື້ນຖານສອດຄ່ອງກັບແນວທາງຂອງພັກ ແລະ ນະໂຍບາຍຂອງລັດ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງພັກ ກໍຄື ມະຕິຕົກລົງ ໃນການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ຕາມມະຕິ 05/ລບ ໃຫ້ປະກົດຜົນເປັນຮູບປະທຳຕົວຈິງ; ເອົາໃຈໃສ່ປັບປຸງສະພາບແວດລ້ອມ ໃນການດຳເນີນທຸລະກິດ ແລະ ການລົງທຶນໃຫ້ດີຂຶ້ນກວ່າເກົ່າ, ທັງຄຸ້ມຄອງບັນດາໂຄງການຂະໜາດໃຫຍ່ໃຫ້ມີປະສິດທິຜົນ ແລະ ແກ້ໄຂໂຄງການທີ່ມີບັນຫາຄົງຄ້າງໃຫ້ສຳເລັດໂດຍໄວ; ເອົາໃຈໃສ່ຜັນຂະຫຍາຍນິຕິກຳຂອງຄະນະສະເພາະກິດ 19/ກມສພ ກໍຄືລັດຖະບານ ໂດຍສະເພາະບັນດາວຽກຈຸດສຸມໃຫ້ມີການຫັນປ່ຽນໃນທ່ວງທ່າດີຂຶ້ນກວ່າເກົ່າ; ສືບຕໍ່ກະກຽມສະເຫລີມສະຫລອງ 3 ວັນປະຫວັດສາດ ໃນປີ 2025 (70 ປີ ວັນສ້າງຕັ້ງພັກ, 50 ປີ ວັນສະຖາປະນາ ສປປ ລາວ ແລະ 105 ປີ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ) ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ; ສຸມໃສ່ປະຕິບັດບັນດາໜ້າວຽກຈຸດສຸມ ໃນ 6 ເດືອນທ້າຍປີ 2024 ທີ່ກໍານົດໄວ້ ໃນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ແລະ ຄວາມຮັບຜິດຊອບຂອງແຂວງ ທີ່ກໍານົດໄວ້ ໃນມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປະຈຳປີ 2024; ເອົາໃຈໃສ່ແກ້ໄຂບັນຫາຄູອາສາສະໝັກ, ການຂາດເຂີນຄູສອນ ແລະ ການຂາດຮຽນຂອງນັກຮຽນ ໂດຍການປະຕິບັດນະໂຍບາຍຕາມມະຕິ ເລກທີ 09/ລບ ໃຫ້ມີປະສິດທິຜົນຕົວຈິງຫລາຍຂຶ້ນ.