ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນໜັກຫລາຍບັນຫາ ເພື່ອຮັບປະກັນໃຫ້ການສະເຫລີມສະຫລອງ 3 ວັນປະຫວັດສາດ

ວັນທີ 6 ສິງຫາ 2024 ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມກະກຽມຄວາມພ້ອມໃຫ້ແກ່ບັ້ນສະເຫລີມສະຫລອງ 3 ວັນປະຫວັດ ຄື ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ໃນກອງປະຊຸມ ຜູ້ຕາງໜ້າແຕ່ລະພາກສວ່ນ ໄດ້ຜັດປ່ຽນກັນປະກອບຄຳຄິດເຫັນໃສ່ບັນດາແຜນການ, ໜ້າວຽກແຕ່ຂັ້ນຂອງອະນຸກຳມະການຕ່າງໆ, ເພື່ອໃຫ້ສ່ອດຄອງ, ຄົບຖ້ວນ ແລະ ແທດເໝາະກັບສະພາບເງື່ອນໄຂຕົວຈິງ. ສຳລັບຈຸດປະສົງຂອງການສະເຫລີມສະຫລອງ ກໍເເພື່ອຫວນຄືນມູນເຊື້ອອັນສະຫງ່າງາມແຫ່ງການກໍ່ຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນປະຕິວັດລາວ; ທັງເປັນການທົບທວນມູນເຊື້ອ 50 ປີ ແຫ່ງການຕໍ່ສູ້ປົດປ່ອຍຊາດມີໄຊ ກ້າວໄປສູ່ການສະຖາປະນາ ສປປ ລາວ ຢ່າງສະຫງ່າຜ່າເຜີຍ. ພ້ອມທັງ, ເປັນການຈົດຈໍາລໍາລຶກຜົນງານຄຸນງາມຄວາມດີ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ.


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກໃຫ້ ຄະນະພັກກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນດາ ແຂວງໃນທົ່ວປະເທດ ຈົ່ງນໍາເອົາເນື້ອໃນກິດຈະກຳໃນການສະເຫລີມສະຫລອງ 3 ວັນປະຫວັດສາດດັ່ງກ່າວ ໄປເຜີຍແຜ່ເຊື່ອມຊຶມ, ພ້ອມທັງ ຈັດຕັ້ງປະຕິບັດໃຫ້ເປັນຂະບວນການຟົດຟື້ນໃນທົ່ວປະເທດ ແລະ ເພື່ອເຮັດໃຫ້ການກະກຽມສະເຫລີມສະຫລອງວັນດັ່ງກ່າວ ໃຫ້ມີເນື້ອໃນເລິກເຊິ່ງ, ທັນກັບກຳນົດເວລາ ຈິ່ງມີຄວາມຈໍາເປັນຕ້ອງມີການ ນໍາພາ-ຊີ້ນໍາ ຢ່າງແທດເຖິງ, ເລິກເຊິ່ງ ຕ້ອງກະກຽມແຕ່ລະດ້ານໃຫ້ລະອຽດ, ທັງປຸກລະດົມຂະບວນການແຂ່ງຂັນຮັກຊາດພັດທະນາ ໃນທົ່ວປະເທດໃຫ້ຟົດຟື້ນ, ແຂງແຮງ ສ້າງທ່ວງທ່າໃໝ່ໃຫ້ແກ່ການກະກຽມຄວາມພ້ອມກອງປະຊຸມໃຫຍ່ຂັ້ນຂອງຕົນ ແລະ ກຽມຄວາມພ້ອມກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດ້ວຍຜົນສໍາເລັດອັນໃຫຍ່ຫລວງ; ການສະເຫລີມສະຫລອງ ແມ່ນບົນຈິດໃຈປະຢັດມັດທະຫຍັດ ໂດຍຖືເອົາເນື້ອໃນເປັນຕົ້ນຕໍ ແລະ ຕ້ອງປຸກລະດົມທຸກພາກສ່ວນໃນທົ່ວສັງຄົມເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ, ແຂງແຮງ ໃນຂອບເຂດທົ່ວປະເທດ.